Visit BigblueAgency
ກອງປະຊຸມໃຫ່ຍອົງຄະນະພັກແຂວງບໍລິຄຳໄຊຄັ້ງທີ VII ເລືອກຕັ້ງເອົາ ສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະບໍລິຫານງານພັກແຂວງ

ກອງປະຊຸມໃຫ່ຍອົງຄະນະພັກແຂວງບໍລິຄຳໄຊຄັ້ງທີ VII ເລືອກຕັ້ງເອົາ ສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະບໍລິຫານງານພັກແຂວງ

ສະຫາຍ ກອງແກ້ວ ໄຊສົງຄາມໄດ້ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊຊຸດໃໝ່  ທີ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງບໍລິຄໍາໄຊ ຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ກັນຍາທີ່ຜ່ານມາ ທີ່ຫ້ອງວ່າການແຂວງບໍລິຄໍາໄຊ ໂດຍເຂົ້າຮ່ວມຂອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ສະຫາຍ ບຸນທອງ ຈິດມະນີ.

ເນື່ອງໃນໂອກາດດັ່ງກ່າວສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວຊີ້ນໍາ ແລະ ກ່າວເນັ້ນໃຫ້ຄະນະບໍລິຫານງານພັກ ແຂວງບໍລິຄໍາໄຊຊຸດໃໝ່ວ່າ: ການເຂົ້າມາຢູ່ໃນຄະນະບໍລິຫານງານພັກແຂວງບໍ່ແມ່ນເພື່ອມາເປັນອາດຍາ ເຈົ້ານາຍ,  ບໍ່ແມ່ນເພື່ອຕໍາແໜ່ງ, ໜ້າທີ່ຫາຜົນປະໂຫຍດສ່ວນຕົວ, ແຕ່ຕ້ອງຖືວ່າ ແມ່ນເຂົ້າມາເພື່ອຮັບໃຊ້ພາລະກິດປະຕິວັດອັນສູງສົ່ງຂອງພັກ ນັ້ນແມ່ນເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດ, ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫລັກການ, ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ອັນທີ່ຄວນເອົາໃຈໃສ່ທີ່ສຸດແມ່ນຕ້ອງເດັດຂາດແກ້ໄຂຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫລວງ, ເສື່ອມທາດຂາດຄຸນ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ການນໍາພາຂອງພັກ.

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງບໍລິຄໍາໄຊຊຸດໃໝ່ ເຊິ່ງມີບຸກຄະລາກອນທີ່ຄົບມາດຖານເງື່ອນໄຂລົງສະໝັກທັງໝົດຈຳນວນ 38 ສະຫາຍ, ຍິງ 2 ສະຫາຍ, ໃນນີ້ກອງປະຊຸມໄດ້ຄົ້ນຄວ້າປ່ອນບັດເລືອກໄດ້ຢ່າງສົມບູນ 33 ສະຫາຍ, ຍິງ 2 ສະຫາຍ.

ຜ່ານການດຳເນີນກອງປະຊຸມ ຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງບໍລິຄໍາໄຊຄັ້ງທີ VII ໄດ້ເລືອກຕັ້ງເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ, ຜົນຂອງການປ່ອນບັດເລືອກຕັ້ງປະກົດວ່າ ສະຫາຍ ກອງແກ້ວ ໄຊສົງຄາມໄດ້ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊຊຸດໃໝ່, ສະຫາຍ ສຸວັນນີ ໄຊຊະນະ, ສະຫາຍ ວັນວີໄລ ແດນພູຫລວງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ເລືອກຕັ້ງເອົາ ສະຫາຍ ດວງຕາ ມໍລະຄາສຸກ ເປັນປະທານຄະນະກວດກາ, ສະຫາຍ ແສງເດືອນ ບໍລິຈັກ, ສະຫາຍ ບຸນທະວີ ດວງປັນຍາ, ສະຫາຍ ນາງ ແກ້ວວິໄລ ບຸນໂຮມ ແລະສະຫາຍ ຄໍາຕັນ ສີສົມຈິດ ເປັນຮອງປະທານຄະນະກວດກາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າຈໍານວນ 22 ສະຫາຍ, ຍິງ 1 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ.

ຂໍ້ມູນ-ພາບ: ແສງເພັດແຊ່ຈ່າວ

Related Articles

Leave a Reply