ກະຊວງການຕ່າງປະເທດກຽມຄັດເລືອກເອົາຄະນະບໍລິຫານງານ ພັກກະຊວງການຕ່າງປະເທດ ຊຸດໃໝ່

ກະຊວງການຕ່າງປະເທດກຽມຄັດເລືອກເອົາຄະນະບໍລິຫານງານ ພັກກະຊວງການຕ່າງປະເທດ ຊຸດໃໝ່

ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ III  ເພື່ອສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກກະຊວງການຕ່າງປະ ເທດ ສະໄໝທີ IV ໃນວັນທີ 23 ກັນຍາ ທີ່ຜ່ານມາ ຢູ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ(ຫຼັກ 5), ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ  ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ ການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຜ່ານຮ່າງແຜນພັດທະນາເສດຖະກິດ 5 ປີ ຂອງຂະແໜງການຕ່າງປະເທດ ແລະ ໄດ້ມີການທາບທາມບຸກຄະລາກອນຮອບທີ III ເພື່ອຮັບສະໝັກຄັດເລືອກເຂົ້າໃນ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດຊຸດໃໝ່, ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະໄດ້ຈັດຂຶ້ນໃນທ້າຍປີນີ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply