ກົມຜະລິດ-ກະສິກໍາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ ເຊັນສັນຍາ ສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ເພື່ອສົ່ງເສີມເສດຖະກິດດ້ານກະສິກຳ ແລະ ການລ້ຽງສັດ, ໂດຍສະເພາະ ການຮ່ວມມືສອງຝ່າຍ ແມ່ນແນໃສ່ເພື່ອສົ່ງອອກງົວໄປ ສປ ຈີນ ໃຫ້ບັນລຸເປົ້າໝາຍ 400.000 ໂຕ/ປີ.
ສໍາລັບ ບໍລິສັດດັ່ງກ່າວ ຈະມີການດໍາເນີນກິດຈະການຟາມລ້ຽງສັດ, ຟາມທອມສັດ, ສູນກັກກັນສັດ, ສູນຄວບຄຸມປ້ອງກັນພະຍາດສັດ, ໂຮງຂ້າສັດທັນສະໄໝ, ຕະຫຼາດຊຶື້ຂາຍສັດໃຫຍ່ ແລະ ສູນພັດທະນາເຕັກນິກກະສິກໍາ-ລ້ຽງສັດ, ພັດທະນາຂະແໜງກະສິກໍາປູກຝັງ, ການປູກຝັງເພື່ອລ້ຽງສັດ, ການແປຮູບຜະລິດຕະພັນກະສິກໍາ ແລະ ການຄ້າການສົ່ງອອກຜະລິດຕະພັນກະສິກໍາ ແລະ ອື່ນໆ ລວມມູນຄ່າການລົງທຶນ ປະມານ 300 ລ້ານໂດລາສະຫະລັດ ໂດຍອາຍຸການກຳນົດສັນຍາການລົງທຶນເປັນເວລາ 30 ປີ ແລະ ສາມາດຕໍ່ເວລາໄດ້ 2 ຄັ້ງ.
ພິທີເຊັນສັນຍາ ສ້າງຕັ້ງບໍລິສັດດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພັນໂທ ບຸນນໍາ ວົງນະດີ ຮອງຫົວໜ້າກົມຜະລິດ-ກະສິກໍາ ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ແລະ ທ່ານ ນາງ ຄອນສະຫວັນ ແສງວິໄວ ປະທານບໍລິສັດ ສາງຈ່ຽງ ລົງທຶນລາວ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

