ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ເມື່ອບໍ່ດົນມານີ້ ເຖິງ 12 ບໍລິສັດ ຢູ່ແຂວງບໍລິຄໍາໄຊ ບໍ່ໃຫ້ເຄື່ອນໄຫວ ຫຼື ໂຈະຊົ່ວຄາວ ກິດຈະການ ຍ້ອນບໍ່ປະຕິບັດ ພັນທະອາກອນ ຕາມບົດລາຍງານຂອງສ່ວຍສາອາກອນແຂວງບໍລິຄໍາໄຊ ໂດຍໄລຍະເວລາໃນການໂຈະດັ່ງກ່າວນີ້ນັບແຕ່ວັນທີ 1 ຕຸລາ ຫາ 1 ພະຈິກ 2020.
12 ບໍລິສັດທີ່ຖືກແຈ້ງໃຫ້ຢຸດການເຄື່ອນໄຫວ ຊົ່ວຄາວ ປະກອບມີ ບໍລິສັດລາວເວີນ (ຟາມປາມ ແລະ ໝາກພ້າວ) ຈໍາກັດ, ບໍລິສັດ ສະລາຢູ ເວັນເນຍ ລາວ ຈໍາກັດຜູ້ດຽວ, ບໍລິສັດ ລາວພັດທະນາກະສິກໍາວິທະຍາສາດ ຈໍາກັດ, ບໍລິສັດ ລາວ-ຈີນ ເທັກໂນໂລຊີ ຈໍາກັດ, ບໍລິສັດ ເອທີເອ ລາວ ຈໍາກັດຜູ້ດຽວ, ບໍລິສັດ ລິນທອງການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ພິມມະສອນ ການຄ້າ ຈໍາກັດຜູ້ດຽວ, ບໍລິສັດ ເບນເຊ່ ການຄ້າ ຈໍາກັດຜູ້ດຽວ, ບໍລິສັດ ພູປາບຝ້າ ລາວ ທາບີໂອກາ ຈໍາກັດຜູ້ດຽວ, ເອັມແອວລັບເບີ ລາວຈໍາກັດ, ບໍລິສັດ ລັດວິສາຫະກິດ ການຄ້າ-ສະບຽງອາຫານ ບໍລິຄໍາໄຊ ແລະ ບໍລິສັດ ຮຸ່ງວິໄລ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ.
ແຈ້ງການຍັງໄດ້ລະບຸໄວ້ວ່າ: ຖ້າ 12 ບໍລິສັດດັ່ງກ່າວ ຍັງບໍ່ໄດ້ປະຕິບັດ ເສຍພັນທະອາກອນ ແຕ່ຖ້າຍັງເຄື່ອນໄຫວກິດຈະການ ແມ່ນຈະຖືກປະຕິບັດຕາມລະບຽບການ ຢ່າງເຂັ້ມງວດ, ໃຫ້ເຈົ້າຂອງບັນດາບໍລິສັດດັ່ງກ່າວເຂົ້າມາພົວພັນກັບເຈົ້າໜ້າທີ່ສ່ວຍສາອາກອນ ປະຈໍາແຂວງບໍລິຄໍາໄຊ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

