ກະຊວງແຜນການ ແລະ ການລົງທຶນໄດ້ ເລີ່ມ ໂຄງການກໍ່ສ້າງພື້ນຖານ ໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຊຸດທີ 1

ກະຊວງແຜນການ ແລະ ການລົງທຶນໄດ້ ເລີ່ມ ໂຄງການກໍ່ສ້າງພື້ນຖານ ໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຊຸດທີ 1

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາຮັບເໝົາລວມ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຊຸດທີ 1 ຊຶ່ງ ໄດ້ຈັດຂຶ້ນເມື່ອວັນທີ 6 ຕຸລາທີ່ຜ່ານມານີ້ທີ່ຫ້ອງການ ຄະນະກໍາມະການຮ່ວມມືລາວ-ຈີນ, ຕາງໜ້າເຈົ້າຂອງໂຄງການລົງນາມໃນຄັ້ງນີ້ ຕາງໜ້າຝ່າຍລາວ ແມ່ນ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ຫົວໜ້າຄະນະຮັບຜິດຊອບໂຄງການ ທ່ານ ໄຊຊະນະ ສິດທິພອນ ແລະ ຕາງໜ້າຜູ້ຮັບເໝົາຝ່າຍຈີນ ໂດຍແມ່ນ  ຜູ້ອຳນວຍການຫ້ອງການປະຈໍາລາວຂອງກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຫຸ້ນສ່ວນ ແຂວງ ຢຸນນານ ຈໍາກັດ ທ່ານ Zhang Youzuo ໂດຍເປັນສັກຂີພະຍານ ໃນສັນຍາຝ່າຍລາວ ໂດຍແມ່ນ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ ຊົນນະບົດລາວ ເປັນໂຄງການຊ່ວຍເຫຼືອລ້າ ຂອງ ສປ ຈີນ ທີ່ນໍາໃຊ້ຮູບແບບປະເທດທີ່ໄດ້ຮັບການຊ່ວຍເຫຼືອເປັນຜູ້ຈັດຕັ້ງປະຕິບັດເອງ ເປັນໂຄງການທໍາອິດຢູ່ລາວ. ເປັນຫນຶ່ງໃນໂຄງການຊ່ວຍເຫຼືອດັ່ງກ່າວແມ່ນນອນໃນ 8 ໂຄງການໃຫຍ່ ທີ່ ທ່ານ ປະທານ ປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ແຕ່ທ້າຍປີ 2017 ທີ່ໄດ້ເລີ່ມເຂົ້າສູ່ຂັ້ນຕອນລົງມືຕົວຈິງແລ້ວ. ໂຄງການດັ່ງກ່າວ ຈະເປັນການປະກອບສ່ວນ ເຂົ້າໃນການປັບປຸງ ພື້ນຖານໂຄງລ່າງ ເຂົ້າໃນເຂດພັດທະນາໃຫ້ແກ່ເຂດຊົນນະບົດລາວ ທີ່ຢູ່ໃນເປົ້າໝາຍໂຄງການ, ທັງນີ້ກໍ່ເພື່ອຊ່ວຍປັບປຸງເງື່ອນໄຂການດຳລົງຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.

ຫນ້າວຽກຕົ້ນຕໍຂອງໂຄງການດັ່ງກ່າວປະກອບມີ ການກໍ່ສ້າງລະບົບສະໜອງນໍ້າສະອາດ 100 ບ້ານ, ສຸກສາລາ 100 ແຫ່ງ, ລະບົບດຶງໄຟຟ້າເຂົ້າບ້ານ ແລະ ເຖິງຄົວເຮືອນ 100 ບ້ານແສງສະຫວ່າງ ແລະ ຕິດຕັ້ງລະບົບໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ແກ່ ຈໍານວນ 100 ບ້ານ ຫຼື ເອີ້ນຫຍໍ້ວ່າ ໂຄງການ 4×100. ສະເພາະ ຊຸດທີ 1 ນີ້ ຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 2 ແຂວງພາກເໜືອກ່ອນຄື: ຢູ່ ແຂວງ ຫຼວງພະບາງ ແລະ ແຂວງ ວຽງຈັນ, ລວມທັງຫມົດ 30 ບ້ານ; ໃນນີ້ ມີໂຄງການຍ່ອຍຄື: ໂຄງການລະບົບສະໜອງນໍ້າກວມເອົາ 17 ບ້ານ, ເຊິ່ງຕົ້ນຕໍແມ່ນຊ່ວຍກໍ່ສ້າງຝາຍກັ້ນນໍ້າ ຫຼື ການຂຸດເຈາະນໍ້າບາດານ ແລະ ລວມທັງລະບົບທໍ່ສົ່ງນໍ້າເຖິງຄົວເຮືອນຂອງປະຊາຊົນ; ໂຄງການກໍ່ສ້າງສຸກສາລາກວມເອົາ 7 ບ້ານ, ເຊິ່ງລວມມີການກໍ່ສ້າງອາຄານປິ່ນປົວຄົນເຈັບ, ຫໍພັກ, ເຂດພັກອາໄສຂອງຄອບຄົວຄົນເຈັບ ແລະ ເຂດເຕົາເຜົາທໍາລາຍຂີ້ເຫຍື້ອການແພດ ເຫຼົ່ານີ້ເປັນຕົ້ນ, ນອກນັ້ນຍັງຈະປະກອບເຄື່ອງໃຊ້ພາຍໃນຫ້ອງການ ແລະ ເຄື່ອງອຸປະກອນການແພດຈໍາເປັນຈໍານວນຫນຶ່ງ; ໂຄງການສະໜອງລະບົບໄຟຟ້າແສງສະຫວ່າງ (ດຶງໄຟເຂົ້າບ້ານ) ກວມເອົາ 16 ບ້ານ, ເຊິ່ງຕົ້ນຕໍແມ່ນດໍາເນີນການເຊື່ອມຕໍ່ໄຟຟ້າຈາກຕາຂ່າຍໄຟຟ້າທີ່ມີຢູ່ແລ້ວ ໄປຍັງບ້ານທີ່ຍັງບໍ່ທັນມີໄຟຟ້າໃຊ້ ແລະ ປະກອບຕິດຕັ້ງດອກໄຟປະຢັດພະລັງງານໃຫ້ຄົວເຮືອນ; ໂຄງການຕິດຕັ້ງລະບົບໂທລະພາບດີຈີຕອນຜ່ານດາວທຽມ ກວມເອົາ 30 ບ້ານ, ເປັນຕົ້ນແມ່ນຈະ ສະໜອງລະບົບເຄື່ອງຮັບສັນຍານໂທລະພາບດິຈິຕອນຜ່ານດາວທຽມ, ປະກອບຕິດຕັ້ງສາຍຮັບສັນຍານອາກາດ, ກ່ອງຮັບສັນຍານ ແລະ ເຄື່ອງໂທລະພາບໃຫ້ແຕ່ລະຄົວເຮືອນໃນບ້ານເປົ້າໝາຍເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານ.

ໄລຍະການກໍ່ສ້າງທັງໝົດ 18 ເດືອນ, ໄລຍະຮັບປະກັນການກໍ່ສ້າງຄຸນນະພາບ 2 ປີ.

ພາຍຫຼັງໂຄງການ 4×100 ຊຸດທີ 1 ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການແລ້ວ, ຄາດວ່າ ໂຄງການ ຊຸດທີ 2, 3 ແລະ 4 ກໍ່ຈະໄດ້ເລີ່ມຂັ້ນຕອນການກະກຽມຕ່າງໆ ແລະ ລົງມືຈັດຕັ້ງປະຕິບັດຕື່ມອີກ.

ຂ່າວ-ພາບ: ວຽງດາວັນ

Related Articles

Leave a Reply