ກະຊວງ ຖວທ ກຽມໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍໃນວັນສຸກນີ້

ກະຊວງ ຖວທ ກຽມໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍໃນວັນສຸກນີ້

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ກຽມໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປິ (13 ສິງຫາ 1950-13 ສິງຫາ 2020, ໃນວັນທີ 14 ສິງຫາ 2020 ທີ່ຈະມາເຖິງນີ້ຢູ່ຫໍວັດທະນະທໍາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ພິທີໂຮມຊຸມນຸມດັ່ງກ່າວ ຈະມີຫຼາຍກິດຈະກໍາ ເປັນຕົ້ນແມ່ນ ການລາຍງານມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ, ນອກນັ້ນຍັງຈະມີການມອບລາງວັນ ໃຫ້ອົງການສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ປະກອບສ່ວນວຽກງານກ່ຽວກັບການມີສ່ວນຮ່ວມຕ້ານໄພພິບັດລະດັບຊາດ (ອຸປະຕິເຫດເຂື່ອນແຕກ, ໄພນໍ້າຖ້ວມ ແລະ ພະຍາດໂຄວິດ-19 ແລະ ໄພທໍາມະຊາດອື່ນໆ), ພ້ອມທັງຈະມີງານວາງສະແດງຜົນງານສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງພາກລັດ ແລະ ເອກກະຊົນ.

ຕະຫຼອດ​ໄລຍະ 70 ປີ ຜ່ານມາ, ວຽກ​ງານ​ສື່​ມວນ​ຊົນໄດ້​ຮັບ​ການ​ພັດທະນາ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ກ້າວໆ​ມາ, ຊຶ່ງຮອດປັດຈຸບັນນີ້ມີ​ສື່​ສິ່ງ​ພິມ​ທັງ​ໝົດຫຼາຍກວ່າ 100 ສະບັບ, ​ໃນ​ນັ້ນ​ມີ​ໜັງສືພິມ 10 ກວ່າສະບັບ, ​ເປັນລາຍ​ວັນ 11 ສະບັບ (ມີ​ທັງ​ພາສາ​ລາວ, ອັງກິດ) ມີ​ວາລະສານ​ທັງ​ໝົດ 100 ສະບັບ ນັບ​ທັງ​ຂອງ​ລັດ ​ແລະ ​ເອກະ​ຊົນ​ຢູ່​ສູນ​ກາງ​ ແລະ​ ທ​ອ້ງ​ຖິ່ນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply