ກະຊວງ ຖວທ ລະດົມເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍຜູ້ປະສົບໄພນໍ້າ ຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້

ກະຊວງ ຖວທ ລະດົມເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍຜູ້ປະສົບໄພນໍ້າ ຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກແຈ້ງການເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ເຖິງບັນດາພາກສ່ວນທີ່ກ່ຽວຂ້ອງ ກະຊວງ ຖວທ ໃນການປຸກລະດົມ ຫຼື ປະກອບສ່ວນ ເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງໃຊ້ໃນຄົວເຮືອນ ຫຼື ເງິນເພື່ອຊື້ເຂົ້າສານ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພທໍາມະຊາດ (ນໍ້າຖ້ວມ) ຢູ່ ແຂວງສະຫວັນນະເຂດ, ສາລະວັນ ແລະ ເຊກອງ ທີ່ໄດ້ຮັບຜົນກະທົບຈາກພະຍຸ ນັງກາ ໃນວັນທີ 17-19 ຕຸລາ 2020 ທີ່ຜ່ານມາ.

ຫຼັງຈາກທີ່ຮິບໂຮມໄດ້ແລ້ວໃຫ້ໄປມອບເຄື່ອງດັ່ງກ່າວໃຫ້ ສາມອົງການຈັດຕັ້ງ ມະຫາຊົນຂອງກະຊວງ ຖວທ ທີ່ເປັນຄະນະຮັບຜິດຊອບ ໃນລະຫວ່າງວັນທີ 23-24 ຕຸລາ ທີ່ກະຊວງ ຖວທ ນັບແຕ່ເວລາ 9 ໂມງ 00 ຫາ 16 ໂມງ 30 ຊຶ່ງຄະນະຮັບຜິດຊອບຈະໄດ້ຈັດເຄື່ອງບໍລິຈາກຕ່າງຂຶ້ນລົດ ແລະ ຈະອອກເດີນທາງໃນວັນທີ 26 ຕຸລາ ເພື່ອແຈກຢາຍເຄື່ອງດັ່ງກ່າວຊ່ວຍຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply