ກະຊວງ ຖວທ ອອກຂໍ້ແນະນໍາການປະຕິບັດມາດຕະການປ້ອງກັນ ພະຍາດໂຄວິດ-19

ກະຊວງ ຖວທ ອອກຂໍ້ແນະນໍາການປະຕິບັດມາດຕະການປ້ອງກັນ ພະຍາດໂຄວິດ-19

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນໍາ ສໍາລັບຜູ້ປະກອບການສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະປາ ທຸກປະເພດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ ວັນທີ 1 ມີຖຸນາ 2020.

ຄໍາແນະນໍາດັ່ງກ່າວແມ່ນໄດ້ລະບຸໃຫ້ຜູ້ປະກອນການທີ່ກ່າວມານັ້ນ ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກນັ້ນໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ເຊິ່ງລວມມີ ການວັດແທກອຸນຫະພູມຮ່າງກາຍພະນັກງານຂອງຕົນທຸກຄົນກ່ອນເຂົ້າເຮັດວຽກ ແລະ ຜູ້ມາໃຊ້ບໍລິການຕ້ອງວັດແທກເຊັ່ນດຽວກັນ, ຖ້າຫາກອຸນຫະພູມສູງກວ່າ 37.5 ອົງສາ ໃຫ້ໂທຫາສາຍດ່ວນ 165 ຫຼື 166 ເພື່ອຂໍຄໍາປຶກສາ. ຕ້ອງລ້າງມືດ້ວຍສະບູ, ເຈວລ້າງມື ຫຼື ເຫຼົ້າຂ້າເຊື້ອ ກະ ກຽມໄວ້ ພ້ອມທັງໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງກັນ 1 ແມັດ ຂຶ້ນໄປ. ສະຖານທີ່ຕ້ອງມີອາກາດຖ່າຍເທດີ ແລະ ບໍ່ແອອັດ.

ພ້ອມດຽວກັນກໍ່ ໄດ້ອອກແຈ້ງການໃຫ້ບັນດາກົມ-ກອງ ແລະ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກຜ່ານລະບົບສື່ສານເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ.

ອະນຸຍາດໃຫ້ໂຮງຮຽນສິລະປະ ກະກຽມເປີດຮຽນຄືນ ສະເພາະຊັ້ນຮຽນມັດທະຍົມສຶກສາປີທີ 4 ແລະ ປີທີ 7 ເລີ່ມແຕ່ວັນທີ 18 ພຶດສະພາ 2020 ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການ ແລະ ຂໍ້ແນະນໍາທີ່ຄະນະສະເພາະກິດວາງອອກໃຫ້ຖືກຕ້ອງ. ສ່ວນຊັ້ນຮຽນອື່ນ ແລະ ສະຖາ ບັນວິຈິດສິນ ແມ່ນໃຫ້ກະກຽມເປີດຮຽນເລີ່ມແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ.

ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະຊຸມເປັນທາງການ ພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ຈັດງານລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມ ສະຖານທີ່ຕາມຄໍາແນະນໍາ ຂອງ ຄະນະສະເພາະກິດວາງອອກ. ສຳລັບການດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາເພີ່ມເຕີມຂອງຄະນະເລຂາທິການສູນກາງພັກສະບັບເລກທີ 08/ຄລສພ, ລົງວັນທີ 11 ພຶດສະພາ 2020.

ໃຫ້ຂະແໜງສື່ມວນຊົນສືບຕໍ່ໂຄສະນາເຜີຍແຜ່ສືບຕໍ່ໂຄສະນາ ເຜີຍແຜ່ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງກ່ຽວກັບຄວາມອັນຕະລາຍຂອງພະຍາດໂຄວິດ-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນໍາໃນຮູບແບບຕ່າງໆທີ່ເຂົ້າເຖິງເປົ້າໝາຍໄວ ແລະ ເຂົ້າໃຈງ່າຍ.

ອະນຸຍາດໃຫ້ເປີດບໍລິການສະຖານທີ່ທ່ອງທ່ຽວ, ໂຮງແຮມ, ລີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະປາ ທຸກປະເພດ ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການ ແລະ ຂໍ້ແນະນໍາທີ່ຄະນະສະເພາະກິດວາງອອກໃຫ້ເຂັ້ມງວດ.

ນອກຈາກນີ້ ກໍ່ໄດ້ແຈ້ງໃຫ້ສືບຕໍ່ປິດບັນດາກິດຈະການ ເປັນຕົ້ນ: ຮ້ານບັນເທີງ, ຮ້ານກິນ-ດື່ມ (ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ຫ້າມຈັດງານປະເພນີ ແລະ ງານດອງ ທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດ ໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ.

ຂ່າວ: ວຽງຈັນທາຍ

ພາບ: ສີໃສ

Related Articles

Leave a Reply