Visit BigblueAgency
ກະຊວງ ໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານມອບອຸປະກອນ ປ້ອງກັນໂຄວິດ-19 ໃຫ້ໂຮງຮຽນ ເຂດຫ່າງໄກສອກຫຼີກ

ກະຊວງ ໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານມອບອຸປະກອນ ປ້ອງກັນໂຄວິດ-19 ໃຫ້ໂຮງຮຽນ ເຂດຫ່າງໄກສອກຫຼີກ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອ ເປັນການປະກອບສ່ວນຊວ່ຍເຫຼືອ, ແຈກຢາຍໃຫ້ບັນດາໂຮງຮຽນທີ່ຢູ່ເຂດຫ່າງ ໄກສອກຫຼີກ ໃນຂອບເຂດທົ່ວປະເທດ ໃນສົກຮຽນ 2020-2021 ເພື່ອແນໃສ່ປ້ອງ ກັນການລະບາດເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ.

ເຄື່ອງຊ່ວຍເຫລືອດັ່ງກ່າວ ປະກອບມີຜ້າປິດປາກ-ອັດດັງ ຈໍານວນ 200 ກ່ອງ ແລະ ອຸປະກອນ ອຶ່ນໆ, ມູນຄ່າທັງໝົດ 26 ລ້ານກີບ, ໂດຍແນໃສ່ແຈກຢາຍໃຫ້ນ້ອງນັກຮຽນ ທີ່ຢູ່ເຂດທ້ອງຖິ່ນຊົນນະບົດ ຢ່າງທົ່ວເຖິງ ເພື່ອ ຮ່ວມກັນປ້ອງກັນການລະບາດເຊື້ອພະ ຍາດ ໂຄວິດ-19.

ພິທີມອບ-ຮັບເຄຶ່ອງດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 14 ກັນຍາ 2020 ຜ່ານມານີ້ ທີ່ກະຊວງ ສຶກສາທິການ ແລະ ກິລາ, ລະຫວ່າງ ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ປອ ທັນສະໄໝ ກົມມະສິດ ແລະ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply