ກັກຕົວກຸ່ມແກ້ງສະແກມເມີ 40 ຄົນຢູ່ເມືອງທຸລະຄົມ

ກັກຕົວກຸ່ມແກ້ງສະແກມເມີ 40 ຄົນຢູ່ເມືອງທຸລະຄົມ

ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທຸລະຄົມໄດ້ກັກຕົວກຸ່ມແກ້ງສະແກມເມີ 40 ຄົນຢູ່ເມືອງທຸລະຄົມເມື່ອມໍ່ໆມານີ້ ພ້ອມດ້ວຍອຸປະກອນສື່ສານຕ່າງໆ.

ກຸ່ມແກ້ງດັ່ງກ່າວໄດ້ເຂົ້າມາເຊົ່າຫ້ອງແຖວ ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງ 40 ຄົນດັ່ງກ່າວ ມີ 4 ສັນຊາດ ຄື: ສັນຊາດຈີນ 33 ຄົນ, ກຳປູເຈຍ 4 ຄົນ (ຍິງ 4 ຄົນ), ມາເລເຊຍ ຈຳນວນ 1 ຄົນ, ສັນຊາດລາວ ຈຳນວນ 2 ຄົນ (ຍິງ 2 ຄົນ).

ພ້ອມນັ້ນຍັງກວດພົບເຄື່ອງມືອີເລັກໂຕນິກ ແລະ ເຄືອງມືອື່ນໆ ເຊັ່ນ: ໂທລະສັບຈຳນວນ 2.196 ໜ່ວຍ, ຄວາມພິວເຕີຕັ້ງໂຕະ 109 ໜ່ວຍ ທີ່ນຳໃຊ້ເຂົ້າໃນການເຄືອນໄຫວກະທຳຜິດ.

ທີ່ມາແຫຼ່ງຂໍ້ມູນຂ່າວ: ປກສ ແຂວງວຽງຈັນ

Related Articles

Leave a Reply