ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ທ່ານສອນໄຊ ສີພັນດອນ ແລະ ຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ຢູ່ບ້ານລາວີລໍາພັນ ເມືອງລະມາມ ແຂວງເຊກອງ ໃນວັນມີ 12 ພະຈິກ 2020 ທີ່ຜ່ານມາ ເນື່ອງໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ປັດຈຸບັນນີ້, ການກໍ່ສ້າງເຂື່ອນດັ່ງກ່າວໄດ້ສໍາເລັດແລ້ວຫຼາຍກວ່າ 96% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງນັບແຕ່ເດືອນ ຕຸລາ 2017 ໂດຍຈະໃຊ້ເວລາໃນການກໍ່ສ້າງ 36 ເດືອນ ແລະ ຄາດວ່າຈະສໍາເລັດ 100% ໃນເດືອນມີນາ 2021 ທີ່ຈະມາເຖິງນີ້, ຊຶ່ງມີມູນຄ່າການກໍ່ສ້າງຫຼາຍກວ່າ 48 ລ້ານໂດລາສະຫະລັດ.
ເຂື່ອນດັ່ງກ່າວຈະມີກໍາລັງຕິດຕັ້ງ 15 ເມກາວັດ ທີ່ຜະລິດຈາກເຄື່ອງຈັກ 2 ໜ່ວຍ (ໜ່ວຍລະ 7,5 ເມກາວັດ), ຕາມການອອກແບບສາມາດຜະລິດກະແສໄຟຟ້າໄດ້ 68,31 ກິກກາວັດໂມງ/ປີ (ຫຼືຕໍ່າສຸດບໍ່ຫຼຸດ Plan factor 51,98%, ລະບົບສາຍສົ່ງເປັນລະບົບວົງຈອນດຽວ ມີຄວາມຍາວ 10 ກິໂລແມັດ ຕໍ່ເຂົ້າກັບສາຍສົ່ງຫ້ວຍລໍາພັນໃຫຍ່ ກ່ອນທີ່ຈະສົ່ງໄປຫາສະຖານີໜອງບົງ, ເພື່ອສົ່ງຂາຍພາຍໃນ ແລະຕ່າງປະເທດ.
ຂໍ້ມູນ-ພາບ: ແຂວງເຊກອງ

