ການກໍ່ສ້າງເສັ້ນທາງເຊື່ອມຕໍ່ບ້ານດອນນົກຂຸ້ມ-ເສັ້ນທາງ 450 ປີ ຈະສໍາເລັດທ້າຍປີນີ້

ການກໍ່ສ້າງເສັ້ນທາງເຊື່ອມຕໍ່ບ້ານດອນນົກຂຸ້ມ-ເສັ້ນທາງ 450 ປີ ຈະສໍາເລັດທ້າຍປີນີ້

ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ແຕ່ເຂດບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ຫາ ຖະໜົນ 450 ປີ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈະສຳເລັດໃນທ້າຍປີນີ້.

ເສັ້ນທາງດັ່ງກ່າວມີຄວາມຍາວ 11,66 ກມ ແລະ ມີມູນຄ່າຫຼາຍກວ່າ 78 ລ້ານໂດລາສະຫະລັດ, ເຊິ່ງເປັນງົບປະມານຂອງລັດຖະບານ.

ທ່ານ ສັກສົມບັດ ໄຕສຸລິຍາ ຫົວໜ້າໂຄງການກໍ່ສ້າງເສັ້ນທາງດັ່ງກ່າວໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ໃນມື້ວັນຈັນທີ່ຜ່ານມາວ່າ: ການກໍ່ສ້າງເສັ້ນທາງນີ້ຈະສໍາເລັດໃນທ້າຍປີນີ້ແນ່ນອນ, ປະຈຸບັນສໍາເລັດແລ້ວປະມານ 86%. ເຖິງຢ່າງໃດກໍ່ຕາມ, ໂຄງການດັ່ງກ່າວຈະສືບຕໍ່ດຳເນີນການກໍ່ສ້າງ ພາຍຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ແລະ ຍັງເຫຼືອພຽງແຕ່ 400-500 ແມັດ ເທົ່ານັ້ນການກໍ່ສ້າງເສັ້ນທາງກໍ່ຈະສຳເລັດ.

ທ່ານ ສັກສົມບັດ ກ່າວຕື່ມວ່າ ໂຄງການດັ່ງກ່າວບໍ່ສໍາເລັດຕາມກໍານົດເດີມຍ້ອນຜູ້ຮັບເໝົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ, ເຊິ່ງໃນເບື້້ອງຕົ້ນ ຜູ້ຮັບເໝົາໄດ້ເຊັນສັນຍາກໍ່ສ້າງໃນເດືອນກໍລະກົດ ປີ 2012 ແລະ ຈະໃຊ້ເວລາ 36 ເດືອນ ໃຫ້ສໍາເລັດ.

ຂ່າວ: ວຽງຈັນທາຍ

ພາບ: ສີໃສ

Related Articles

Leave a Reply