ພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ການກໍ່ສ້າງເຮືອນຖາວອນ 700 ຫຼັງໃຫ້ຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ອາດຈະບໍ່ສໍາເລັດຕາມແຜນ ຍ້ອນວ່າຮອດປັດຈຸບັນຄວາມຄືບໜ້າຂອງການກໍ່ສ້າງໂດຍການສະຫຼຸບຕາມມູນຄ່າການກໍ່ສ້າງໄດ້ພຽງ 34,91% ເທົ່ານັ້ນ.
ທ່ານວຽງທອງ ທໍາມານຸວົງ ຮອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ການກໍ່ສ້າງເຮືອນ 700 ຫຼັງໃຫ້ຜູ້ປະສົບໄພແມ່ນໄດ້ຄິດໄລ່ຕາມເຮືອນທີ່ຜູ້ປະສົບໄພໄດ້ສ້າງກ່ອນທີ່ຈະຖືກນໍ້າພັດເສຍຫາຍ ເຊັ່ນວ່າເຮືອນສອງຊັ້ນ ກໍ່ຈະສ້າງເຮືອນສອງຊັ້ນໃຫ້, ພາຍຫຼັງທີ່ລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2020 ທີ່ຜ່ານມາເຫັນວ່າໜ້າວຽກຍັງມີຄວາມຄືບໜ້າບໍ່ໄດ້ຕາມແຜນການທີ່ວາງໄວ້ຍ້ອນວ່າໃນໄລຍະໜຶ່ງຂາດແຮງງານຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໂຄງສ້າງຂອງເຮືອນບາງຫຼັງ ແລະ ດິນບາງຕອນຍັງບໍ່ສາມາດໄກ່ເກ່ຍ ຫຼື ຕົກລົງກັບຜູ້ປະສົບໄພບາງຈໍານວນໄດ້, ຈາກ 700 ຫຼັງສາມາດລົງມືກໍ່ສ້າງໄດ້ພຽງ 496 ຫຼັງເທົ່ານັ້ນ, ຕາມແຜນແລ້ວ ເຮືອນຈໍານວນດັ່ງກ່າວແມ່ນຈະສ້າງໃຫ້ຜູ້ປະສົບໄພສໍາເລັດໃນທ້າຍປີ 2021 ນີ້ ແຕ່ເຊື່ອວ່າຄົງຈະບໍ່ສາມາດສໍາເລັດຕາມແຜນໄດ້.
ທ່ານວຽງທອງໄດ້ກ່າວຕື່ມວ່າ: ປັດຈຸບັນນີ້ ວິຊາການ ພະແນກໂຍທາ ທິການ ແລະ ຂົນສົ່ງແຂວງອັດຕະປື ໂດຍຮ່ວມກັບຂະແໜງການທີ່ກ່ຽວຂ້ອງໄດ້ລົງແກ້ໄຂບັນຫາເລື່ອງທີ່ດິນ ເພື່ອກໍ່ສ້າງເຮືອນໃນຈໍານວນທີ່ຍັງບໍ່ທັນໄດ້ລົງມືກໍ່ສ້າງ, ລົງຊີ້ນໍາບໍລິສັດທີ່ຮັບຜິດຊອບການກໍ່ສ້າງເລ່ັ່ງເບີກຈ່າຍວັດສະດຸກໍ່ສ້າງໃຫ້ທັນກັບໜ້າວຽກ ລວມທັງການເບີກຈ່າຍຄ່າແຮງງານຂອງກໍາມະກອນໃຫ້ຖືກກັບໜ້າວຽກທີ່ໄດ້ເຮັດສໍາເລັດ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

