ການຂັບຂີ່ປອດໄພ ຈົ່ງໃສ່ໃຈກວດກາເຕັກນິກເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568

ການຂັບຂີ່ປອດໄພ ຈົ່ງໃສ່ໃຈກວດກາເຕັກນິກເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568

ທ່ານ ພັນໂທ ຫຼຽນໄຊ ມົງຄົນຄໍາ ຫົວໜ້າກອງໂຄສະນາຕໍາຫຼວດຈໍລີຈອນ ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວ ໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນວັນທີ 10 ເມສາຜ່ານນີ້ ທີ່ສະຖານີຂົນສົ່ງທາງໄກ ສາຍໃຕ້ວ່າ: ນັກຂັບຂີ່ທີ່ດີ ຈົ່ງກວດກາຄວາມພ້ອມດ້ານເຕັກນິກ(ສຸຂະພາບຂອງນັກຂັບຂີ່-ເຕັກນິກລົດ) ການຂັບເຄື່ອນຈຶ່ງປອດໄພ ເພື່ອນໍາພາຜູ້ໂດຍສານ ກໍຄືນັກທ່ອງທ່ຽວໄປເຖິງຈຸດໝາຍປາຍທາງ, ບ້ານເກີດເມືອງນອນ. ສະນັ້ນ ຈຶ່ງຮຽກຮ້ອງມາຍັງໂຊເຟີລົດທຸກໆທ່ານ ເວົ້າລວມ, ເວົ້າສະເພາະ ໂຊເຟີລົດເມໂດຍສານສາຍໃຕ້ ຈົ່ງກວດກາຄວາມພ້ອມ ສຸຂະພາບຂອງຕົນ ເປັນແນວໃດ ແລະ ພ້ອມທັງ ກວດກາ ເຕັກນິກລົດ ທີ່ຕົນເອງ ຈະຂັບຂີ່ນໍາ ຖ້າຫາກວ່າ ລົດຄັນໃດ ທີ່ຍັງບໍ່ທັນມີຄວາມພ້ອມຈະອອກເດີນທາງແມ່ນໃຫ້ຢຸດຕິໂດຍທັນທີ ເພື່ອບໍ່ໃຫ້ປວງຊົນ ກໍຄືຜູ້ໂດຍສານ ອັ່ງອໍ ເພາະວ່າ ປວງຊົນແມ່ນຜູ້ທີ່ຝາກຊີວິດອິນຊີ ໄວ້ນໍາໂຊເຟີລົດ ກໍຄືນັກຂັບຂີ່. ສະນັ້ນ ໂຊເຟີ ຕ້ອງໄດ້ປະຄັບປະຄອງ ເອົາຜູ້ໂດຍສານທຸກໆທ່ານ ໃຫ້ໄປຮອດໄປເຖິງ ຈຸດໝາຍປາຍທາງ ແລະ ສິ່ງສໍາຄັນຄວນເອົາໃຈໃສ່ ໂຊເຟີທຸກໆທ່ານ ຫ້າມດື່ມສິ່ງທີ່ມືນເມົາ, ລົມໂທລະສັບ, ບໍ່ໃຊ້ຄວາມໄວເກີນຂອບເຂດ ໃນເວລາຂັບຂີ່ລົດທຸກຄັ້ງ ພ້ອມທັງກວດກາການບັນຈຸເຄື່ອງຂອງ ຊັບສິນຂອງຜູ້ໂດຍສານທຸກຄັ້ງ ເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ເພາະວ່າອຸປະຕິເຫດເກີດຂຶ້ນໄດ້ທຸກໆຄັ້ງ ຖ້ານັກຂັບຂີ່ຂາດສະຕິ ແມ່ນແຕ່ສ້ຽວວິນາທີ ມັນຈະນໍາຜົນສະທ້ອນມາສູ່ເຮົາ, ສະນັ້ນ ກອງໂຄສະນາຕໍາຫຼວດຈໍລະຈອນ ນະຄອນຫຼວງວຽງຈັນ ຈຶ່ງມີແຜນໂຄສະນາລາດຕະເວັນ, ຕາມສະຖານທີ່, ຊຸມຊົນ ໂດຍສະເພາະ ສຸມໃສ່ງານທ່ອງທ່ຽວ ບຸນປີໃໝ່ລາວ ຢ່າງຕັ້ງໜ້າ ທັງເວັນ ແລະ ຄືນ ຕັ້ງດ່ານກວດກາ ຕາມວິຊາສະເພາະ ເພື່ອຫຼຸດຜ່ອນອຸປະຕິເຫດ, ປີໃໝ່2025 ຜ່ານມາ ມີອຸປະຕິເຫດເກີດຂຶ້ນ 18 ລາຍ ໃນນັ້ນເສຍຊີວິດ 1 ລາຍ, ປີນີ້ ເຮັດແນວໃດ ເພື່ອບໍ່ໃຫ້ເກີດອຸປະຕິເຫດດັ່ງກ່າວ ຫຼື ອຸປະຕິເຫດຫຼຸດລົງຫຼາຍໆ ກໍແມ່ນ ຂຶ້ນກັບໂຊເຟີ ກໍຄື ນັກຂັບຂີ່, ການຫຼິ້ນບຸນປີໃໝ່ລາວ ກໍໃຫ້ຢູ່ໃນກອບ, ມີມາລະຍາດໃນການຫຼິ້ນ-ຫົດສົງ ຊຶ່ງກັນ ແລະ ກັນ.

ໂອກາດນີ້ ທ່ານ ພັນໂທ ຫຼຽນໄຊ ມົງຄົນຄໍາ ກ່າວຕື່ມວ່າ: ຂໍໃຫ້ຜູ້ປົກຄອງ ກ່າວເຕືອນ ລູກ-ຫຼານ ຂອງທ່ານ ໃຫ້ມີຄວາມພ້ອມທຸກໆຄັ້ງ ກ່ອນທີ່ຈະອອກຈາກເຮືອນ, ຕ້ອງກວດກາເບິ່ງຟືນໄຟ, ມ້ຽນມັດເຄື່ອງຂອງ ເປັນຢ່າງດີ ເພື່ອບໍ່ໃຫ້ເກີດອຸປະຕິເຫດຕາມມາ ຊຶ່ງຈະນໍາຜົນເສຍຫາຍ ມາສູ່ຕົນເອງ-ຄອບຄົວ, ໃນໂອກາດປີໃໝ່ລາວ ພສ 2569 ຂໍອວຍໄຊໃຫ້ພອນແດ່ ພໍ່, ແມ່, ປະຊາຊົນ ທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໂຊກດີ ຫຼິ້ນບຸນປີໃໝ່ດ້ວຍຄວາມສາມັກຄີປອງດອງ-ປະຢັດ ແຕ່ມີຄວາມເບີກ ບານມ່ວນຊື່ນ.

ຂ່າວ: ແສງຈັນ

Related Articles

Leave a Reply