ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ ແມ່ນໜຶ່ງໃນ 6 ເປົ້າໝາຍໃຫຍ່ທີ່ລັດຖະບານຈະເລັ່ງໃສ່ໃນແຜນພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ

ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ ແມ່ນໜຶ່ງໃນ 6 ເປົ້າໝາຍໃຫຍ່ທີ່ລັດຖະບານຈະເລັ່ງໃສ່ໃນແຜນພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ

 ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ລາຍ​ງານກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມໃນ 5 ປີຕໍ່ໜ້າຕໍ່ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດ ລາວ ເມື່ອ​ວັນ​ທີ 13 ມັງ​ກອນ 2021 ທີ່​ຫໍ​ປະ​ຊຸມ ​ແຫ່ງ​ຊາດ ນະ​ຄອນ​ຫຼວງວຽງ​ຈັນ​​ວ່າ: ສຳ​ລັບ​ທິດ​ທາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ IX (2021-2025) ​ລັດ​ຖະ​ບານ​ໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ຊຶ່ງປະກອບມີ: ຮັບປະກັນໃຫ້ເສດຖະກິດແຫ່ງ ຊາດຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ. ພັດທະນາຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ທີ່ສາມາດຕອບສະ​ໜອງຄວາມຕ້ອງ ການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.  ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ສືບຕໍ່ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ. ເລັ່ງສ້າງພື້ນຖານໂຄງລ່າງທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ. ເລັ່ງໃສ່ການຄຸ້ມຄອງ-ບໍລິຫານ ລັດ ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການ ປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

Related Articles

Leave a Reply