ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແນະນໍາວິທີປ້ອງກັນພະຍາດດັ່ງກ່າວໂດຍການປັບປ່ຽນວີຖີການດໍາລົງຊີວິດທີ່ເປັນປົກກະຕິໃຫ້ກາຍເປັນແບບໃໝ່ຊຶ່ງປະກອບມີການປະຕິບັດມາດຕະ ການຢ່າງເຄັ່ງຄັດເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລະຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງສະ ຖານທີ່ ທີ່ມີຄວາມແອອັດ, ຫຼີກລ່ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດເຮືອນ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ່ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກຜູ້ສູງອາຍຸ ເມື່ອຕິດເຊື້ອມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້ ຊຶ່ງການປະຕິບັດມາດຕະການດັ່ງກ່າວນີ້ກໍ່ສາມາດປ້ອງກັນພະຍາດດັ່ງກ່າວໄດ້ແລ້ວ.
ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປຮອດ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ແລ້ວ ຍັງເຫຼືອພຽງແຕ່ 3 ແຂວງຄື: ແຂວງຫົວພັນ, ໄຊສົມບູນ ແລະ ແຂວງອັດຕະປື ທີ່ຍັງບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວ. ຮອດວັນທີ 10 ພຶດສະພາ 2021 ນີ້ທົ່ວປະເທດມີຜູ້ຕິດເຊື້ອຈາກພະຍາດນີ້ແລ້ວທັງໝົດ 1.327 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 237 ຄົນ ແລະ ມີຜູ້ເສຍຊີວິດ 1 ຄົນ.

