ການນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ປົກກະຕິ ແລະ ພຽງພໍສຳລັບການຊົມໃຊ້ ໃນປະຈຸບັນ

ການນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ປົກກະຕິ ແລະ ພຽງພໍສຳລັບການຊົມໃຊ້ ໃນປະຈຸບັນ

ລັດຖະບານ ຂໍຢືນຢັນວ່າ, ປະຈຸບັນ ການສະໜອງນ້ຳມັນເຊື້ອໄຟພາຍໃນປະເທດ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້ ແລະ ຍັງມີປະລິມານສຳຮອງທີ່ພຽງພໍສຳລັບການຊົມໃຊ້ໃນໄລຍະໜຶ່ງ, ການນຳເຂົ້າຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ປົກກະຕິ, ທີ່ສໍາຄັນ ລັດຖະບານ ໄດ້ມີມາດຕະການສຸກເສີນ ແລະ ສະເພາະໜ້າ ເປັນຕົ້ນ ໄລຍະ 1-30 ວັນ, ໄລຍະ 3-12 ເດືອນໄວ້ແລ້ວ ຊຶ່ງບັນດາມາດຕະການດັ່ງກ່າວ ອາດຕ້ອງໄດ້ປັບປຸງໃຫ້ລະອຽດ ແລະ ແທດເໝາະກັບການຜັນແປຂອງສະພາບການໃນແຕ່ລະວັນ ທັງຈະໄດ້ສືບຕໍ່ຕິດຕາມ ແລະ ວາງມາດຕະການແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າຢ່າງຮອບຄອບ, ຮັດກຸມ ແລະ ທັນກັບສະພາບການ.

ໃນວັນທີ 11 ມີນາ 2026 ນີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການສະໜອງນໍ້າມັນເຊື້ອໄຟໃຫ້ສັງຄົມໄດ້ຊົມໃຊ້ ມາຍັງປະຊາຊົນລາວໃນທົ່ວປະເທດຊາບທົ່ວເຖິງກັນວ່າ:

ຈາກສະພາບຄວາມບໍ່ສະຫງົບທີ່ເກີດຂຶ້ນຢູ່ເຂດຕາເວັນອອກກາງ ຊຶ່ງເປັນເຂດບັນດາປະເທດທີ່ຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟລາຍໃຫຍ່ຂອງໂລກ ນັບແຕ່ທ້າຍເດືອນກຸມພາ 2026 ເຖິງປັດຈຸບັນ ໄດ້ເຮັດໃຫ້ການຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟຈາກແຫຼ່ງດັ່ງກ່າວມີຄວາມຈຳກັດ ແລະ ສົ່ງຜົນກະທົບຕໍ່ຫຼາຍໆປະເທດໃນໂລກ ລວມທັງ ສປປ ລາວ ພວກເຮົາຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ແລະ ປະລິມານຄວາມສາມາດນໍ້າເຂົ້ານໍ້າມັນກໍມີທ່າອ່ຽງຫຼຸດລົງ, ຖ້າຫາກສະພາບການດັ່ງກ່າວຍັງສືບຕໍ່ແກ່ຍາວກໍຈະສົ່ງຜົນກະທົບຫຼາຍດ້ານຕໍ່ເສດຖະກິດ-ສັງຄົມ ລວມທັງການປະຕິບັດຄາດໝາຍຕ່າງໆ ທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຕໍ່ສະພາບການດັ່ງກ່າວ, ລັດຖະບານ ແມ່ນບໍ່ໄດ້ນິ້ງເສີຍ ໂດຍໄດ້ສົມທົບກັບອົງການປົກຄອງທຸກຂັ້ນ ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອນໍານໍ້າມັນມາສະໜອງໃຫ້ສັງຄົມ ແລະ ໂຄງການພັດທະນາຕ່າງໆ ໄດ້ໂດຍພື້ນຖານ ແລະ ພະຍາຍາມບໍ່ໃຫ້ເກີດມີສະພາບການຂາດແຄນນໍ້າມັນ. ທີ່ຜ່ານມາບາງປໍ້າ ແມ່ນນໍ້າມັນຂາດຊົ່ວຄາວ ຍ້ອນການຂົນສົ່ງຈາກສາງ ຫາປໍ້າ ບໍ່ທ່ວງທັນ. ພ້ອມກັນນັ້ນ, ກໍໄດ້ສົມທົບກັບບັນດາປະເທດອ້ອມຂ້າງທີ່ມີກົນໄກການຮ່ວມມືກັນມາກ່ອນແລ້ວ ເພື່ອຮັບມືກັບສະພາບການທີ່ອາດເກີດຂຶ້ນ ເຖິງແມ່ນວ່າລາຄາຈະເພີ່ມຂຶ້ນກໍຕາມ.

ໃນໂອກາດນີ້ ລັດຖະບານ ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ນໍ້າມັນເຊື້ອໄຟ, ການນຳໃຊ້ຍານພາຫະນະ ໂດຍຫັນໄປນຳໃຊ້ລົດໄຟຟ້າ, ລົດສາທາລະນະ ໂດຍສານມວນຊົນ ແລະ ໃນຕໍ່ໜ້າ ລັດຖະບານຈະພິຈາລະນາ ນະໂຍບາຍປິ່ນອ້ອມເຊັ່ນ: ການເຮັດວຽກແບບທາງໄກ ເປັນຕົ້ນ.

ພ້ອມດຽວກັນນັ້ນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼື ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າແມ່ນສາມາດໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ໄດ້.

ນອກຈາກນັ້ນ, ຂໍຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງສືບຕໍ່ປຸ້ມລຸມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ໃຫ້ການຊ່ວຍເຫຼືອຮ່ວມມືຊຶ່ງກັນ ແລະ ກັນໃນຍາມຫຍຸ້ງຍາກ, ນຳໃຊ້ຂໍ້ມູນຂ່າວສານຢ່າງມີສະຕິ, ທັງມີສະຕິຕໍ່ກົນອຸບາຍກ່າວທັບຖົມໂຈມຕີ-ໃສ່ຮ້າຍປ້າຍສີ ທີ່ບໍ່ສ້າງສັນຂອງກຸ່ມຄົນທີ່ບໍ່ຫວັງດີ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ຈຶ່ງຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມສ່ຽງ-ຄວາມຫຍຸ້ງຍາກຕ່າງໆໄປໄດ້ດ້ວຍດີ.

ຂໍ້ມູນ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply