ໂຄງການກໍ່ສ້າງ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນເມືອງໄຊ ແຂວງອຸດົມໄຊ ເປັນໂຄງການສະຫວັດດີການ ສາທາລະນະ ຕິດພັນກັບໂຄງການຖານເຊື່ອມຕໍ່ພະລັງງານສະອາດພາກເໜືອລາວ ໄລຍະທີ 1 ໂຄງການພະລັງ ງານແສງຕາເວັນ 1.000 ເມກາວັດ ຂອງ ບໍລິສັດ CGN ລາວ, ເຊິ່ງໃນວັນທີ 11 ມີນາ 2026 ຜ່ານມານີ້ ໄດ້ຈັດ ພິທີມອບ-ຮັບ ໂຄງການກໍ່ສ້າງ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນ ເມືອງໄຊ, ໂດຍໃຫ້ກຽດ ເຂົ້າຮ່ວມມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ, ມີຄະນະນຳຂອງແຂວງ, ຕາງໜ້າບໍລິສັດ CGN ລາວ, ວິສາຫະກິດຈີນ ທີ່ດຳເນີນທຸລະກິດໃນລາວ, ຄະນະອຳນວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນ ມສ ເມືອງໄຊ ເຂົ້າຮ່ວມ.
ໂຄງການກໍ່ສ້າງ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນເມືອງໄຊ ຖືເປັນການຈັດຕັ້ງປະຕິບັດທີ່ສຳຄັນຂອງ “ໂຄງການຫິ່ງຫ້ອຍເຮືອງແສງ” (CGN Shimmer Plan) ຊຶ່ງແມ່ນຄວາມຮັບຜິດຊອບຕໍ່ສັງຄົມຂອງ ບໍລິສັດ CGN ໃນດ້ານການຊ່ວຍເຫຼືອການສຶກສາໃນຕ່າງປະເທດ ກໍຄື ສປປ ລາວ ແລະ ຍັງເປັນໜຶ່ງໃນມາດຕະການ ສັນຍາລັກຂອງ ບໍລິສັດ CGN ໃນການປະຕິບັດແນວຄິດ “ຮ່ວມກັນປຶກສາຫາລື, ຮ່ວມກັນກໍ່ສ້າງ ແລະ ຮ່ວມ ກັນໄດ້ຮັບຜົນປະໂຫຍດ” ເພື່ອຊຸກຍູ້ການ “ເຊື່ອມໂຍງຈິດໃຈ” ລາວ-ຈີນໃຫ້ເລິກເຊິ່ງ ແລະ ເປັນຮູບປະທຳ. ຕະຫຼອດໄລຍະກໍ່ສ້າງ, ທີມງານໂຄງການຍຶດໝັ້ນຫຼັກການ “ມາດຕະຖານສູງ, ຍືນຍົງ, ເປັນປະໂຫຍດຕໍ່ປະຊາ ຊົນ” ໄດ້ດຳເນີນການກໍ່ສ້າງ ແລະ ປັບປຸງຫ້ອງຮຽນ, ຍົກລະດັບສິ່ງອຳນວຍຄວາມສະດວກດ້ານການສຶກສາ, ປັບປຸງສະພາບແວດລ້ອມຂອງໂຮງຮຽນດ້ວຍຄຸນນະພາບ ແລະ ປະສິດທິພາບສູງ. ນອກນັ້ນ, ຍັງໄດ້ນຳໃຊ້ ເຕັກໂນໂລຊີແກ້ວໂຊລາເຊວຢ່າງສ້າງສັນ ບັນລຸການປະສົມປະສານຢ່າງເລິກເຊິ່ງ ລະຫວ່າງການຈ່າຍໄຟຟ້າ ດ້ວຍພະລັງງານສະອາດ ແລະ ການກໍ່ສ້າງໂຮງຮຽນສີຂຽວ, ທັງຫຼຸດຄ່າໃຊ້ຈ່າຍໄຟຟ້າຂອງໂຮງຮຽນ, ແບ່ງເບົາພາ ລະດ້ານການສຶກສາ, ທັງນຳພາແນວຄິດພະລັງງານສີຂຽວເຂົ້າສູ່ຫ້ອງຮຽນ ແລະ ຊີວິດປະຈຳວັນ, ເປັນການ ປູກຝັງແນວຄິດການພັດທະນາຢ່າງຍືນຍົງໃຫ້ແກ່ເຍົາວະຊົນລາວ.
ທ່ານ ສຸຫວັດ ມະວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ກ່າວວ່າ: ການສຳເລັດ ແລະ ມອບ-ຮັບ ໂຄງການກໍ່ສ້າງ ແລະ ປັບປຸງ ໂຮງຮຽນ ມສ ເມືອງໄຊ ຖືເປັນເຫດການສຳຄັນໃນການພັດທະນາ ການສຶກສາຂອງແຂວງອຸດົມໄຊ ແລະ ຍັງເປັນການຂຽນໜ້າປະຫວັດສາດອັນອົບອຸ່ນໃຫ້ແກ່ຄວາມຮ່ວມມື ດ້ານພະລັງງານສະອາດ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ. ໂຄງການໄລຍະທີ 1 ໂຄງການພະລັງງານ ແສງຕາເວັນ ຂອງ ບໍລິສັດ CGN ລາວ ບໍ່ພຽງແຕ່ຊຸກຍູ້ການຈ້າງງານໃນທ້ອງຖິ່ນ, ສ້າງລະບົບນິເວດ ອຸດສາຫະກຳ ແລະ ຊຸກຍູ້ການຫັນປ່ຽນດ້ານພະລັງງານ ຫາກຍັງໄດ້ສ້າງຜົນດີສອງທາງ ລະຫວ່າງຄຸນຄ່າອຸດສາຫະກຳ ແລະ ຄຸນຄ່າດ້ານສະຫວັດດີການຂອງປະຊາຊົນ ໂດຍຜ່ານຮູບແບບສ້າງສັນ “ພະລັງງານບວກການສຶກສາ”. ແຂວງອຸດົມໄຊ ຈະສືບຕໍ່ສະໜັບສະໜູນການກໍ່ສ້າງຖານພະລັງງານສະອາດຂອງ CGN ຢ່າງເປັນລຳດັບຂັ້ນ, ເຮັດໃຫ້ການຮ່ວມມືໃນຫຼາຍດ້ານ ແລະ ຫຼາຍລະດັບເລິກເຊິ່ງຍິ່ງຂຶ້ນ ເພື່ອບັນລຸຜົນປະໂຫຍດຮ່ວມ ແລະ ການພັດທະນາຮ່ວມກັນ. ໃນຖານະເປັນຊ່ອງທາງຫຼັກຂອງໂຄງການຊ່ວຍເຫຼືອດ້ານການສຶກສາໃນຄັ້ງນີ້, ໂຄງການດັ່ງກ່າວ ຖືເປັນໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ ໂຄງການທຳອິດຂອງລາວ ແລະ ຍັງເປັນແຫຼ່ງໄຟຟ້າສຳຄັນທີ່ຮອງຮັບການເຊື່ອມໂຍງລະບົບໄຟຟ້າ ລາວ-ຈີນ ໂດຍໄດ້ເຊື່ອມຕໍ່ເຂົ້າລະບົບ ສາຍສົ່ງ ແລະ ຜະລິດໄຟຟ້າໄດ້ສຳເລັດໃນວັນທີ 13 ທັນວາ 2025 ຜ່ານມາ.
ທ່ານ ຈັນເພັງ ປັນຍາສັກ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນເມືອງໄຊ ກ່າວວ່າ: ໂຄງການດັ່ງກ່າວ, ໄດ້ປັບປຸງເງື່ອນໄຂການຈັດການສຶກສາຢ່າງຈະແຈ້ງ, ການອອກແບບໂຊລາເຊວ ບໍ່ພຽງແຕ່ຫຼຸດຜ່ອນພາລະ ດ້ານການດຳເນີນງານຂອງໂຮງຮຽນ ຫາກຍັງເຮັດໃຫ້ ຄູ-ອາຈານ ແລະ ນັກຮຽນໄດ້ສຳຜັດກັບຄວາມໜ້າ ສົນໃຈຂອງພະລັງງານສະອາດ ແລະ ສ້າງແນວຄິດການພັດທະນາສີຂຽວ. ທາງໂຮງຮຽນຈະບຳລຸງຮັກສາ ແລະ ນຳໃຊ້ສິ່ງອຳນວຍຄວາມສະດວກໃໝ່ເປັນຢ່າງດີ, ທຸ້ມເທຍົກລະດັບຄຸນນະພາບການສຶກສາ ສ້າງຄົນຮຸ່ນໃໝ່ ຂອງຍຸກສະໄໝ, ສືບທອດມູນເຊື້ອມິດຕະພາບ ລາວ-ຈີນ ແລະ ຕອບແທນຄວາມຫ່ວງໃຍ ແລະ ການສະໜັບ ສະໜູນຂອງທຸກພາກສ່ວນດ້ວຍການກະທຳຕົວຈິງ.
ທ່ານ ເຈ່ຍຊ້ຽນຢູ ປະທານບໍລິສັດ CGN ລາວ ກ່າວໃຫ້ຮູ້ວ່າ: CGN ຍາມໃດກໍຍຶດໝັ້ນຫຼັກການ “ກໍ່ສ້າງໂຄງການ ໃຫ້ດີ, ດຳເນີນທຸລະກິດໃຫ້ດີ, ສ້າງປະໂຫຍດໃຫ້ປະຊາຊົນ” ໂດຍຖືເອົາການກໍ່ສ້າງຖານພະລັງງານສະອາດ ພາກເໜືອລາວເປັນໂຕເຊື່ອມຕໍ່, ສືບຕໍ່ຊຸກຍູ້ການເຊື່ອມໂຍງວັດຖຸ, ໂຄງສ້າງພື້ນຖານພະລັງງານ ແລະ ການເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ດຳເນີນໄປຄຽງຄູ່ກັນ. ໃນອະນາຄົດ ຈະສືບຕໍ່ລົງເລິກໃນດ້ານການ ຊ່ວຍເຫຼືອການສຶກສາ, ການຮ່ວມສ້າງຊຸມຊົນ, ການສ້າງວຽກເຮັດງານທຳ ແລະ ດ້ານສະຫວັດດີການ ປະຊາຊົນອື່ນໆ ນຳໃຊ້ພະລັງງານສະອາດຊຸກຍູ້ການພັດທະນາທ້ອງຖິ່ນ ເພື່ອປະກອບສ່ວນຢ່າງໃຫຍ່ຫຼວງ ໃນການລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລາວ-ຈີນ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
ແຫຼ່ງຂ່າວຈາກ: ຂປລ

