ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ແລະ ຜູ້ຕາງໜ້າອົງການ FAO ປະຈຳພາກພື້ນອາຊີ-ປາຊີຟິກ ເຕືອນເຖິງຜົນກະທົບຈາກວິກິດການຊ້ອນທັບ ທັງຄວາມເຄັ່ງຕຶງທາງພູມສາດການເມືອງ ແລະ ໄພພິບັດທາງທຳມະຊາດ ທີ່ກຳລັງຂົ່ມຂູ່ ການຢູ່ລອດຂອງປະຊາກອນກວ່າ 285 ລ້ານຄົນທີ່ຂາດສານອາຫານຢ່າງຮ້າຍແຮງ.
ຄຳເຕືອນດັ່ງກ່າວ ມີຂຶ້ນ ໃນກອງປະຊຸມ ເຈົ້າໜ້າທີ່ອາວຸໂສຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 38 (APRC38) ທີ່ປະເທດ ບຣູໄນ ໃນວັນທີ 20 ເມສາ ນີ້, ໂດຍ ທ່ານໄດ້ຕັ້ງເປົ້າໝາຍ ຮຽກຮ້ອງໃຫ້ທຸກຊາດເລັ່ງປະຕິຮູບລະບົບ ອາຫານ ແລະ ການກະເສດໃຫ້ທົນທານ-ຍືນຍົງໂດຍດ່ວນ ເຊິ່ງຈະເປັນປັດໄຈຊີ້ຊາຕາທີ່ສົ່ງຜົນກະທົບໂດຍກົງຕໍ່ການຍຸຕິຄວາມອຶດຫິວ ແລະ ຍົກລະດັບ ຊີວິດການເປັນຢູ່ຂອງຄົນທັງພາກພື້ນ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໃນຊ່ວງເວລາທີ່ສຳຄັນຍິ່ງ ເນື່ອງຈາກພາກພື້ນອາຊີ-ປາຊີຟິກຍັງຄົງກວມເອົາເຖິງ 42 ສ່ວນຮ້ອຍ ຫຼື ປະມານ 285 ລ້ານຄົນ ຂອງປະຊາກອນທີ່ຂາດສານອາຫານ ໃນທົ່ວໂລກ. ເຖິງແມ່ນວ່າບາງພື້ນທີ່ຈະມີອັດຕາຄວາມອຶດຫິວຫຼຸດລົງ, ແຕ່ປະຊາກອນເກືອບໜຶ່ງຕື້ຄົນຍັງປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ແລະ ອີກກວ່າ 1.2 ຕື້ຄົນບໍ່ສາມາດເຂົ້າເຖິງ ອາຫານທີ່ມີປະໂຫຍດໄດ້.
ນອກຈາກນີ້, ພາກພື້ນດັ່ງກ່າວຍັງຕ້ອງຮັບມືກັບພາວະການຂາດສານອາຫານທີ່ຊ້ອນກັນເຖິງສາມຮູບແບບ ຄື: ການຂາດອາຫານ, ການຂາດຈຸລະທາດອາຫານ ແລະ ອັດຕາໂລກອ້ວນທີ່ເພີ່ມສູງຂຶ້ນ.
ບັນຫາເຫຼົ່ານີ້ຍັງຖືກຊໍ້າເຕີມຈາກຫຼາຍວິກິດການທີ່ເກີດຂຶ້ນພ້ອມກັນ ບໍ່ວ່າຈະເປັນຄວາມເຄັ່ງຕຶງທາງພູມສາດການເມືອງທີ່ສົ່ງຜົນກະທົບຕໍ່ຕະຫຼາດຝຸ່ນ ແລະ ພະລັງງານທົ່ວໂລກ, ຜົນກະທົບຈາກການປ່ຽນແປງດິນຟ້າອາກາດທີ່ຮຸນແຮງເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ສະພາບອາກາດທີ່ປ່ຽນແປງຮ້າຍແຮງ, ຕະຫຼອດຈົນເຖິງການເຊື່ອມໂຊມຂອງດິນ ແລະ ນໍ້າ ບວກກັບຄວາມຜັນຜວນຂອງການຄ້າ ແລະ ລະບົບຕ່ອງໂສ້ການສະໜອງ.
ທ່ານ ອາລູ ໂດຮົງ (Alue Dohong), ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ແລະ ຜູ້ຕາງໜ້າ FAO ປະຈຳພາກພື້ນອາຊີ-ປາຊີຟິກ ໄດ້ເນັ້ນໜັກໃນພິທີເປີດກອງປະຊຸມວ່າ ຄວາມຮ່ວມມືລະດັບພາກພື້ນແມ່ນສິ່ງຈຳເປັນຢ່າງຮີບດ່ວນເພື່ອເອົາຊະນະສິ່ງທ້າທາຍເຫຼົ່ານີ້ ໂດຍທ່ານໄດ້ຮຽກຮ້ອງໃຫ້ທຸກຝ່າຍເລັ່ງປະຕິຮູບລະບົບອາຫານ ແລະ ການກະເສດໃຫ້ມີປະສິດທິພາບ, ກວມລວມ, ທົນທານ ແລະ ຍືນຍົງ.
ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຊຸກຍູ້ໃຫ້ປະເທດສະມາຊິກສ້າງຄວາມເຂັ້ມແຂງໃນການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມືແບບສາມຫຼ່ຽມ, ສ້າງພັນທະມິດຍຸດທະສາດກັບສະຖາບັນການເງິນ, ພາກປະຊາສັງຄົມ ແລະ ພາກເອກະຊົນ ໂດຍເນັ້ນການຫັນທິດທາງການລົງທຶນໄປສູ່ຊາວກະສິກອນລາຍຍ່ອຍ ແລະ ຄອບຄົວກະສິກອນທີ່ຕ້ອງການການສະໜັບສະໜູນຫຼາຍທີ່ສຸດ.
ວາລະການປະຊຸມຂອງເຈົ້າໜ້າທີ່ອາວຸໂສຈະກວມເອົາການຍົກລະດັບການເຂົ້າເຖິງອາຫານທີ່ມີປະໂຫຍດໃນລາຄາທີ່ຈັບຕ້ອງໄດ້, ການຊຸກຍູ້ການຜະລິດກະສິກຳແບບຍືນຍົງທີ່ປ່ອຍກາກບອນຕໍ່າ, ການຍົກລະດັບປະສິດທິພາບ ແລະ ການມີສ່ວນຮ່ວມໃນລະບົບອາຫານ, ພ້ອມທັງການອຳນວຍຄວາມສະດວກດ້ານການຄ້າ ແລະ ການລະດົມທຶນທັງພາຍໃນ ແລະ ຕ່າງປະເທດ.

