ສສ ຫວຽດນາມ-ສປ ຈີນເພີ່ມທະວີ ການຮ່ວມມືສ້າງປະຫວັດສາດໜ້າໃໝ່

ສສ ຫວຽດນາມ-ສປ ຈີນເພີ່ມທະວີ ການຮ່ວມມືສ້າງປະຫວັດສາດໜ້າໃໝ່

ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ສສ ຫວຽດນາມ) ແລະ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ເພີ່ມທະວີການຮ່ວມມືສ້າງປະຫວັດສາດ ໜ້າໃໝ່ ໃນສະພາບຂອງໂລກທີ່ມີຄວາມສັບສົນ ຊຶ່ງໄດ້ ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຫຼາຍປະເທດໃນໂລກ.

ໃນລະຫວ່າງ ວັນທີ 14-17 ເມສາ 2026 ຜ່ານມານີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈີ້ນຜິງ ເລຂາທິການໃຫ່ຍ ປະທານປະເທດ ສປ ຈີນ. ນີ້ແມ່ນການເດີນທາງມາຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕເລີມ ໃນຖານະຕຳແໜ່ງສູງສຸດຂອງພັກ, ລັດ ສສ ຫວຽດນາມ, ຫຼັງຈາກການມາຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຂອງທ່ານ ສີຈີ້ນຜິງ ຄົບຮອບ 1 ປີ. ຜູ້ນໍາລະດັບສູງສອງປະເທດ ຂອງ ສສ ຫວຽດນາມ-ສປ ຈີນ ໄດ້ພົບປະແລກປ່ຽນໃນຫຼາຍບັນຫາທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ພ້ອມທັງຊອກວິທີຮັບມື ເພື່ອຄວາມໝັ້ນຄົງຂອງຊາດ ແລະ ເພື່ອສັນຕິພາບຂອງໂລກ.

ໃນໂອກາດພົບປະຂອງການນໍາຂັ້ນສູງ ສສ ຫວຽດນາມ ແລະ ຈີນ ຄັ້ງນີ້ ຍັງໄດ້ເຊັນສັນຍາຮ່ວມມືກັນຫຼາຍສະບັບ ກວມເອົາດ້ານການເມືອງ, ການທະຫານ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ອິນເຕີເນັດ, ຂໍ້ມູນ,ປັນຍາປະດິດ ແລະ ອື່ນໆ. ບັນດາເອກະສານທີໄດ້ເຊັນກັນ ລວມມີແຜນການຮ່ວມມືລະຫວ່າງພັກກອມມູນິດຈີນ ແລະ ພັກກອມມູນິດຫວຽດນາມ (2026) ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຫວຽດນາມ (2026-2030) ສັນຍາຮ່ວມມືລະຫວ່າງກົມສາກົນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກະຊວງການຕ່າງປະເທດຫວຽດນາມ, ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານສາທາລະນະລັດປະຊາຊົນຈີນ ແລະ ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືພາຍໃຕ້ຂອບຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ.

ໃບຢັ້ງຢືນການມອບໂອນລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານ ສສ ຫວຽດນາມ ກ່ຽວກັບໂຄງການ ສຶກສາຄວາມເປັນໄປໄດ້ຂອງທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ. ສັນຍາລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານສສ ຫວຽດນາມ ກ່ຽວກັບການຮ່ວມມືດ້ານພາສີ ແລະ ການຊ່ວຍເຫຼືອດ້ານການບໍລິຫານ, ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງ ສປ ຈີນ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງສສ ຫວຽດນາມ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີດີຈີຕອນ. ອະນຸສັນຍາລະຫວ່າງກະຊວງຄວາມໝັ້ນຄົງສາທາລະນະຂອງສປ ຈີນ ແລະ ກະຊວງຄວາມໝັ້ນຄົງສາທາລະນະຂອງສສ ຫວຽດນາມກ່ຽວກັບການສ້າງຕັ້ງ,ການດຳເນີນງານ ແລະ ການບຳລຸງຮັກສາສາຍດ່ວນລະດັບລັດຖະມົນຕີ. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຍຸຕິທຳ ແຫ່ງ ສປ ຈີນ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ກ່ຽວກັບການຮ່ວມມືໃນການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າໃນບັນດາຜູ້ທີ່ອາໄສຢູ່ຕາມຊາຍແດນ, ບົດບັນທຶກການປະຊຸມກວດກາສະຖານທີ່ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການສ້ອມແປງ ແລະ ບຳລຸງຮັກສາພະລາຊະວັງມິດຕະພາບຫວຽດນາມ-ຈີນ ແລະ ເຊັນ ບົດບັນທຶກອື່ນໆອີກລວມທັງໝົດ 32 ສະບັບ.

ການຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລີມ ຍັງໄດ້ໄປຢ້ຽມຢາມເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ດ້ວຍລົດໄຟຄວາມໄວສູງ, ໄດ້ໄປຢ້ຽມຢາມມະຫາວິທະຍາໄລກວາງຊີ, ຢ້ຽມຊົມສະຖານທີ່ເກົ່າຂອງໂຮງຮຽນ Guangxi Nanning Yucai (ເມື່ອກ່ອນແມ່ນເຂດໂຮງຮຽນສູນກາງຫວຽດນາມ), ສໍາຄັນອີກອັນໜຶ່ງຍັງໄດ້ເຊັນບົດທຶກລະຫວ່າງກວາງຊີ ຄະນະກຳມະການເຂດປົກຄອງຕົນເອງ ຈ້ວງ ຂອງພັກກອມມູນິດຈີນ ແລະ ຄະນະກຳມະການພັກກອມມູນິດຫວຽດນາມ ຂອງແຂວງກວາງນິງ, ລ້າງເຊີນ, ກາວບັງ, ຕວຽນກວາງ ແລະ ຫາຍຟອງ ກ່ຽວກັບການຮ່ວມມືໃນໂຄງການຝຶກອົບຮົມ (2026-2027). ກ່ຽວກັບການຍົກລະດັບດ່ານຊາຍແດນສອງຝ່າຍ ອ້າຍຕຽນ-ຈີມາ ເປັນດ່ານຊາຍແດນສາກົນ.

ແຂວງກວາງຊີ ເປັນແຂວງທີມີທີ່ຕັ້ງສໍາຄັນທີ່ສຸດ ເປັນແຂວງດຽວຂອງປະເທດທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນທັງທາງບົກ ແລະ ທາງທະເລ, ມີຊາຍຝັ່ງທະເລຫຼາຍກວ່າ 1,600 ກິໂລແມັດ, ພື້ນທີ່ທະເລປະມານ 40,000 ຕາລາງກິໂລແມັດ, ແລະ ເກາະດອນຫຼາຍກວ່າ 600 ເກາະ. ກວາງຊີ ເປັນເຂດອຸດສະຫະກໍາຊັ້ນນໍາຂອງຈີນ ທີ່ມີມູນຄ່າເກີນ 100 ຕື້ຢວນ. ລວມທັງໂລຫະທີ່ບໍ່ແມ່ນເຫຼັກ, ເຫຼັກກ້າ, ອາຫານ, ລົດຍົນ, ແລະ ຂໍ້ມູນເອເລັກໂຕຣນິກ, ມີວິສາຫະກິດອຸດສາຫະກຳຫຼາຍກວ່າ 10,000 ແຫ່ງທີ່ມີຂະໜາດໃຫຍ່ ຈັດຢູ່ໃນອັນດັບທຳອິດຂອງປະເທດໃນການຜະລິດລົດຕັກເຕີ,ການຜະລິດຍານພາຫະນະພະລັງງານໃໝ່.ວິສາຫະກິດຊັ້ນນຳເຊັ່ນ BYD ແລະ Huayi Brothers ກໍ່ມີຖານຜະລິດຂະໜາດໃຫ່ຍເພື່ອສົງອອກ.

 ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລິມ ແມ່ນຂິດໝາຍເລີ່ມຕົ້ນໃໝ່ໃນການພົວພັນ 2 ຝ່າຍ ໃນສະພາບການທີ່ 2 ປະເທດເຂົ້າສູ່ໄລຍະພັດທະນາໃໝ່, ສສ ຫວຽດນາມ ເຂົ້າສູ່ສັງກາດໃໝ່ໃນການພັດທະນາຫຼັງຈາກຜົນສຳເລັດຢ່າງຈົບງາມຂອງກອງປະຊຸມໃຫຍ່ຕັ້ງທີ 14.

ສປ ຈີນ ກໍເລີ່ມຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ 15, ສະແດງໃຫ້ເຫັນການໃຫ້ບຸລິມະສິດຂອງ 2 ຝ່າຍກໍຄືຄວາມຕັດສິນໃຈໃນການພັດທະນາສາຍພົວພັນສອງຝ່າຍ. ການຢ້ຽມຢາມນີ້ເປັນໂອກາດທີ່ສຳຄັນໃນການຍົກລະດັບສາຍພົວພັນຍຸດທະສາດລະຫວ່າງສອງພັກ ແລະ ສອງປະເທດ. ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດຈະຮ່ວມກັນກຳນົດທິດທາງ ແລະ ຄວາມກ້າວໜ້າໃໝ່ໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການຝຶກອົບຮົມ, ວິທະຍາສາດ ແລະ ເຕັກໂນໂລຊີ ຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສົ່ງເສີມແກ້ໄຂຄວາມແຕກຕ່າງ ແລະ ອຸປະສັກທີ່ຍັງຄ້າງຄາ, ເພີ່ມທະວີການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖີ່ນ 2 ປະເທດ; ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງໆຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ສໍາລັບ ການຢ້ຽມຢາມແຂວງກວາງຊີ ຂອງທ່ານ ໂຕເລີມ ຍ້ອນເປັນແຂວງດຽວຂອງຈີນ ທີ່ມີຊາຍແດນທາງບົກ ແລະ ທາງທະເລຕິດກັບຫວຽດນາມ.ເປັນປ່ອງຢ້ຽມຊາຍແດນສຳລັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ແລະ ຫວຽດນາມ, ເໝືອນດັ່ງ ຈີນ ແລະ ອາຊຽນ ຈະເປັນການສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການຮ່ວມມືໃນຫຼາຍດ້ານ, ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາ ເພີ່ມທະວີມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ປະກອບສ່ວນໃນການສ້າງຊຸມຊົນພາກພື້ນຍຸດທະສາດລະດັບສູງ-ຊຸມຊົນຮ່ວມອະນາຄົດ ສສຫວຽດນາມ-ຈີນ.

ໂດຍ: ວັນໄຊ ຕະວິນຍານ  

Related Articles

Leave a Reply