ຕາມການລາຍງານຂອງ CMG FM93, ການເປີດເສັ້ນທາງນີ້ແນໃສ່ເຊື່ອມຕໍ່ການເດີນທາງທາງບົກໃຫ້ມີຄວາມສະດວກສະບາຍຂຶ້ນ, ເພື່ອເປົ້າໝາຍໃນການດຶງດູດນັກລົງທຶນ, ຊຸກຍູ້ການຄ້າຂ້າມແດນ ແລະ ກະຕຸ້ນການທ່ອງທ່ຽວ ເຊິ່ງຈະສ້າງຜົນປະໂຫຍດຕໍ່ການພັດທະນາເສດຖະກິດຂອງທັງສອງປະເທດຢ່າງຍືນຍົງ.
ພິທີເປີດໂຕໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ ແຂວງ ຢຸນນານ ເຊິ່ງກົງກັບການສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ.
ສຳລັບເສັ້ນທາງດັ່ງກ່າວ ແມ່ນມີໄລຍະທາງປະມານ 280 ກິໂລແມັດ ໂດຍເລີ່ມຕົ້ນຈາກ ເມືອງ ຊຽງຮຸ່ງ (ຈິ່ງຫົງ) ຜ່ານດ່ານເໝິງມ່ານ-ຊາເຫີ ເຂົ້າສູ່ປະເທດລາວ ຈົນເຖິງປາຍທາງທີ່ ບ້ານ ຊຽງກົກ ແຂວງ ຫຼວງນໍ້າທາ.
ການບໍລິການແມ່ນມີໜຶ່ງຖ້ຽວໄປ-ກັບຕໍ່ມື້, ແລະ ໃຊ້ເວລາເດີນທາງປະມານ 7 ຫາ 8 ຊົ່ວໂມງ. ຄ່າປີ້ໂດຍສານແມ່ນ 158 ຢວນ ຫຼື ປະມານ 300,000 ກີບ.
ຈຸດເດັ່ນຂອງການບໍລິການນີ້ຄືການເດີນທາງແບບຍາວຕໍ່ເນື່ອງເຖິງຈຸດໝາຍປາຍທາງ ໂດຍບໍ່ຈຳເປັນຕ້ອງມີການປ່ຽນລົດຫຼາຍຕໍ່ ເຊິ່ງຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຜູ້ໂດຍສານໃນອະດີດໄດ້ຢ່າງມີປະສິດທິພາບ.
ເສັ້ນທາງສາຍນີ້ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຂົນສົ່ງຂ້າມແດນ, ປັບປຸງປະສິດທິພາບຂອງດ່ານ ແລະ ຍົກລະດັບມາດຕະຖານການບໍລິການໃຫ້ດີຂຶ້ນ.
ຄວາມສຳເລັດນີ້ເກີດຂຶ້ນຫຼັງຈາກທີ່ສອງປະເທດໄດ້ເລີ່ມປຶກສາຫາລືກັນຕັ້ງແຕ່ ເດືອນພຶດສະພາ ປີ 2025 ຢູ່ທີ່ນະຄອນ ຄຸນໝິງ, ກ່ອນຈະມີການລົງສຳຫຼວດພື້ນທີ່ໃນເດືອນກໍລະກົດ ແລະ ເປີດທົດລອງແລ່ນລົດໃນທ້າຍປີດຽວກັນ ຈົນກ້າວເຂົ້າສູ່ການເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນນີ້.
ເຖິງແມ່ນວ່ານີ້ຈະເປັນການບໍລິການລົດເມຂ້າມແດນສາຍທີສອງລະຫວ່າງສອງປະເທດ, ແຕ່ກໍມີຄວາມແຕກຕ່າງຈາກເສັ້ນທາງບໍ່ເຕັນ-ບໍ່ຫານ ທີ່ເນັ້ນຮັບສົ່ງຜູ້ໂດຍສານລົດໄຟລາວ-ຈີນ ໃນໄລຍະທາງສັ້ນໆພຽງ 16 ກິໂລແມັດ.
ໃນຂະນະທີ່ເສັ້ນທາງ ຊຽງຮຸ່ງ-ຊຽງກົກ ແມ່ນການບໍລິການລະຫວ່າງເມືອງແບບເຕັມຮູບແບບ ທີ່ເປີດປະຕູສູ່ແລວທາງພາກຕາເວັນຕົກທີ່ເຄີຍຂາດແຄນລົດໂດຍສານສາທາລະນະ ໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນສາມາດເຂົ້າເຖິງໄດ້ງ່າຍຂຶ້ນ.

