ງານເທດສະການອາຫານ ທ້ອງແຕກ  ເລີ່ມແລ້ວມື້ນີ້ ຈົນຮອດ 15 ມີນາ

ງານເທດສະການອາຫານ ທ້ອງແຕກ  ເລີ່ມແລ້ວມື້ນີ້ ຈົນຮອດ 15 ມີນາ

ງານອາຫານທີ່ລວມຂອງເດັດທົ່ວປະເທດລາວ ແລະ ຂອງດີເສີບຕົງຈາກປະເທດໄທ ມາໃຫ້ທຸກຄົນໄດ້ລອງຊິມ ນຳກັນ, ມີຫຼາກຫຼາຍກວ່າ100ຮ້ານ ດັງ ໃຜທີ່ບໍ່ມາຖືວ່າພາດໂອກາດ ໃນງານຈະມີທັງຂອງຫວານ ແລະ ອາຫານເມນູດັງຫຼາຍເມນູ ຮັບຮອງວ່າເຫັນຮ້ານໃດກໍ່ຢາກຊິມ ລວມທັງ ອາຫານທະເລ ຮ້ານກ້ຽວ ຊູຊິເຈົ້າດັງ ຮ້ານໝາກໄມ້ ຮ້ານນ້ຳຫຼາກຫຼາຍປະເພດ, ອາຫານລາວ,ໄທ,ຍີ່ປຸ່ນເກົາຫຼີ ແລະຍັງມີໂຊນນັ່ງຟັງເພງ ຫຼັງຈາກທີຊື້ອາຫານແລ້ວສາມາດນັ່ງກິນອາຫານໃນງານໄດ້ເລີຍ.

ຜູ້ທີ່ມັກລອງລົດຊາດອາຫານເມນູໃໝ່ໆ ບໍ່ຄວນພາດ ງານນີ້ 

ແລະ ໃຜທີ່ກຳລັງຕາມຫາເຂົ້າສວຍເຂົ້າແລງ ມາງານນີ້ໄດ້ເລີຍ ເພາະວ່າງານເປີດຕັ້ງແຕ່ 11 ໂມງ ຕອນສວາຍ ຫາ 10 ໂມງແລງ

 ສະຖານທີ່: ເດີນຈອດລົດ Itecc , ສາຍມັກຊິມອາຫານ ບໍ່ຄວນພາດງານນີ້ເລີຍ ຮັບຮອງວ່າຖືກໃຈແນ່ນອນ,ນອກຈາກໂຊນອາຫານແລ້ວຍັງມີໂຊນໃຫ້shopping ອີກດ້ວຍ.

Related Articles

Leave a Reply