ການນໍາແຂວງສະຫວັນນະເຂດ ນໍາໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ ໄດ້ມອບເຄື່ອງບັນເທົາທຸກ ເພື່ອຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມ ຢູ່ໃນຫຼາຍເມືອງ ຂອງແຂວງສະຫວັນນະເຂດໃນຕອນເຊົ້າວັນທີ19 ຕຸລາ ນີ້. ເຄື່ອງທີ່ມອບໃນຄັ້ງນີ້ເປັນການຊ່ວຍເຫຼືອເບື້ອງຕົ້ນ ປະກອບມີເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງທີ່ແຂວງໄດ້ຊື້ ແລະ ໄດ້ຮັບຈາກການບໍລິຈາກ ແລະ ຊ່ວຍເຫຼືອຈາກສັງຄົມບໍ່ວ່າຈະ ເປັນນັກທຸລະກິດ, ຈາກແມ່ຄ້າຊາວຂາຍພາຍໃນແຂວງສະຫວັນນະເຂດ.
ນອກນັ້ນ, ອໍານາດການປົກຄອງຢູ່ເມືອງຕ່າງໆທີ່ຖືກນໍ້າຖ້ວມກໍ່ໄດ້ໃຫ້ການຊ່ວຍເຫຼືອ ເຄື່ອງບັນເທົາ ທຸກທີ່ຈໍາເປັນຊ່ວຍຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ເຊັ່ນກັນ.
ສະເພາະເຄື່ອງບັນເທົາທຸກທີ່ຜູ້ປະສົບໄພນໍ້າຖ້ວມໃນແຕ່ລະເມືອງຕ້ອງການຮີບດ່ວນແມ່ນເຂົ້າສານ, ນ້ຳດື່ມ, ຢາປົວພະຍາດ, ນ້ຳມັນ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

