ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 20 ເມສາ 2021 ທີ່ຜ່ານມານີ້ໃຫ້ຮູ້ວ່າ:
ໃນທົ່ວໂລກມີການລະບາດຂອງພະຍາດ ໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມແລ້ວ 142.671.844 ຄົນ, ເສຍຊິວິດສະສົມ 3.041.967 ຄົນ ແລະ ປີ່ນປົວຫາຍດີ 121.316.887 ຄົນ. ປະເທດອາເມຣິກາ ຍັງເປັນອັນດັບ1 ມີຜູ້ຕິດເຊື້ອສະສົມຫຼາຍກວ່າ 32 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 581.521 ຄົນ, ອັນດັບສອງ ແມ່ນປະເທດອິນເດຍ ມີຜູ້ຕິດເຊື້ອສະສົມ 15 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 180.550 ຄົນ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ສຳລັບ 10 ປະເທດອາຊຽນ ແມ່ນປະເທດ ອິນໂດເນເຊຍ ທີ່ມີຜູ້ຕິດເຊື້ອສູງເປັນອັນອັນດັບ 1 ແລະ ເປັນອັນດັບທີ 19 ຂອງໂລກ, ມີຜູ້ຕິດເຊື້ອສະສົມຫຼາຍກວ່າ 1,6 ລ້ານກວ່າຄົນ, ຮອງລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມາ ຕາມລຳດັບ. ສະເພາະສະພາບການຕິດເຊື້ອ ພະຍາດໂຄວິດ-19 ຢູ່ປະເທດອ້ອມຂ້າງ ສປປ ລາວ ຊຶ່ງປະເທດໄທມີລາຍງານການລະບາດພາຍໃນປະເທດຮອບໃໝ່ ໃນເດືອນເມສາ ເຊິ່ງປະຈຸບັນ ມີຜູ້ຕິດເຊື້ອຫຼາຍກວ່າ 43.742 ຄົນ, ເສຍຊີວິດຫຼາຍກວ່າ 100 ຄົນ ໂດຍພົບຜູ້ຕິດເຊື້ອຢູ່ 71 ແຂວງໃນທົ່ວປະເທດໄທ, ກຳປູເຈຍ ມີຜູ້ຕິດເຊື້ອຫຼາຍກວ່າ 7.013 ຄົນ, ເສຍຊີວິດ 45 ຄົນ, ສປ ຈີນ ມີຜູ້ຕິດເຊື້ອໃໝ່ 11 ຄົນ, ບໍ່ມີຜູ້ເສຍຊີວິດໃໝ່, ສສ ຫວຽດນາມ ມີກໍລະນີຕິດເຊື້ອໃໝ່ 7 ຄົນ, ບໍ່ມີຜູ້ເສຍຊີວີດ ແລະ ມຽນມາ ມີກໍລະນີຕິດເຊື້ອໃໝ່ 16 ຄົນ ແລະ ບໍ່ມີລາຍ ງານຜູ້ເສຍຊີວິດ.

