ກອງບັນຊາການ ປກຊ-ປກສ ເມືອງ ສອງຄອນ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນບໍ່ດົນມານີ້ວ່າ: ທາງເມືອງແມ່ນກໍາລັງເລັ່ງໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນເຂດກຸ່ມ ບ້ານລຽບຕາມຊາຍແດນລາວ-ໄທໂດຍສະເພາະເລັ່ງແກ້ໄຂການລັກລອບຂົນສົ່ງສິນຄ້າ ແລະ ຄ້າຂາຍລົດໃຫຍ່-ລົດຈັກ ທີ່ເປັນລົດເຖື່ອນ, ການບຸກລຸກປ່າສະຫງວນ-ປ່າຜະລິດ ແລະ ການຄ້າຂາຍໄມ້ເຖື່ອນ, ການຄ້າຂາຍສັດທີ່ບໍ່ມີເອກະສານ ຖືກຕ້ອງ, ການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ, ການເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງ ແລະ ອື່ນໆ.
ກອງບັນຊາການ ປກຊ-ປກສ ເມືອງ ສອງຄອນ ແຈ້ງໃຫ້ຮູ້ຕື່ມອີກວ່າ: ການຕິດຕາມກວດກາ ແລະແກ້ໄຂ ປະກົດການຫຍໍ້ທໍ້ພາຍໃນ ເມືອງສອງຄອນ ແມ່ນຈະເລັ່ງຕິດຕາມ ແລະ ກວດສອບໃນ ກຸ່ມບ້ານທີ 3, 4, 5, 7, 8 ແລະ ກຸ່ມບ້ານທີ9 ຊຶ່ງກຸ່ມບ້ານດັ່ງກ່າວ ແມ່ນຕັ້ງຢູ່ລຽບຕາມຊາຍແດນລາວ-ໄທ.
ຂ່າວ: ວຽງຈັນທາຍ
ພາບປະກອບ

