ການລ້າງມືໃຫ້ສະອາດສາມາດປ້ອງກັນພະຍາດຕິດຕໍ່ໄດ້

ການລ້າງມືໃຫ້ສະອາດສາມາດປ້ອງກັນພະຍາດຕິດຕໍ່ໄດ້

ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈໍາລາວ ຈັດພິທີສະຫຼອງວັນລ້າງມືສາກົນ ໃນມື້ເຊົ້ານີ້ ພາຍໃຕ້ຄໍາຂວັນ ຊີວິດປອດໄພ ໃສ່ໃຈລ້າງ ມືເລື້ອຍໆ

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນໂອກາດສະຫຼອງວັນລ້າງມືສາກົນ ໃນວັນທີ 5 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ວ່າ ແພດໝໍ ແລະ ພະຍາບານ ມີບົດບາດສຳຄັນໃນການເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ທຸກຄົນໃນສັງຄົມເພື່ອມາຮ່ວມໃຈກັນລ້າງມືເລື້ອຍໆ ດ້ວຍສະບູແມ່ນວິທີທີ່ມີປະສິດຕິພາບ ແລະ ລາຄາບໍ່ແພງເພື່ອປ້ອງກັນພະຍາດຕິດຕໍ່ ແລະ ຊ່ວຍຊີວິດ.

ທ່ານ ດຣ. ພູທອນ ເມືອງປາກ ໄດ້ກ່າວຕື່ມວ່າ ຈາກບົດຮຽນຕົວຈິງ ທີ່ພວກເຮົາຖອດຖອນໄດ້ ໃນການໂຕ້ຕອບການລະບາດ ຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່ໃນທົ່ວໂລກ, ການລ້າງມື ກໍ່ແມ່ນມາດຕະການສຳຄັນອັນໜຶ່ງ ເພື່ອຫຼຸດຜ່ອນການຕິດເຊື້ອ ຫຼັງຈາກເຮົາໄດ້ຈັບບາຍສິ່ງຂອງຕ່າງໆ ດັ່ງນັ້ນຈຶ່ງເຊີນຊວນໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າປ່ຽນແປງພຶດຕິກຳ ກາຍເປັນຄວາມຊິນເຄີຍໃໝ່ ໃນການດຳລົງຊີວິດປົກກະຕິ ໂດຍສະເພາະ ຢູ່ສະຖານທີ່ບໍລິການສາທາລະນະສຸກ, ໂຮງຮຽນ, ສະຖານທີ່ບໍລິການສາທາລະນະຕ່າງໆ.

ເລີ່ມແຕ່ປີ 2009 ເປັນຕົ້ນມາ, ອົງການອະນາໄມໂລກ ໄດ້ກຳນົດເອົາ ວັນທີ 5 ພຶດສະພາ ຂອງທຸກໆປີ ເປັນວັນລ້າງມື ສາກົນ, ປີນີ້ໄດ້ ຕັ້ງຄໍາຂວັນວ່າ ຊີວິດປອດໄພ ໃສ່ໃຈລ້າງມື ເລື້ອຍໆ ເຊິ່ງມີຄວາມສອດຄ່ອງ ແລະ ເປັນຂອດສໍາຄັນທີ່ສຸດ ໃນການຕັດຕ່ອງໂສ້ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ພວກເຮົາພ້ອມກັນກັບປະຊາຊາດທົ່ວໂລກ ກໍາລັງໂຄສະນາ, ປຸກລະດົມ, ຂົນຂວາຍ ມວນມະນຸດທົ່ວໂລກ ປະຕິບັດຢ່າງແຂງແຮງ ເພື່ອໂຕ້ຕອບ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.

ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply