ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໄດ້ເລີ່ມຂຶ້ນແລ້ວ; ຊັ້ນ ມ.7 ຈະໄດ້ຈັດຂຶ້ນວັນທີ 17-19 ມິຖຸນາ 2026; ສຳລັບການສອບເສັງ ຊັ້ນ ມ.4 ໄດ້ເລີ່ມຂື້ນຕັ້ງແຕ່ ວັນທີ 10-12 ມິຖຸນາ 2026.
ໃນສົກຮຽນ 2025-2026 ນີ້, ທົ່ວປະເທດ ມີ ນັກສອບເສັງ ຊັ້ນ ມ.4 ທັງໝົດ 71,427 ຄົນ ແລະ ຊັ້ນ ມ.7 ທັງໝົດ 40,722 ຄົນ.
ໃນວັນທີ 29 ພຶດສະພາ, ທ່ານ ນາງ ນວມຄຳ ຈັນທະບູລີ, ຫົວໜ້າກົມສາມັນສຶກສາ, ກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫຼງຂ່າວຄວາມພ້ອມການສອບເສັງ ເພື່ອໃຫ້ເປັນເອກະພາບທົ່ວປະເທດ ເນັ້ນຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.
ການສອບເສັງຈົບຊັ້ນໃນປີນີ້ ຖືເປັນວຽກງານບູລິມະສິດລະດັບຊາດ ທີ່ແນໃສ່ວັດ ແລະ ປະເມີນຜົນການຮຽນ-ການສອນຢ່າງເປັນ ຮູບປະທຳ ໂດຍມີການຮ່ວມມືຢ່າງໃກ້ຊິດລະຫວ່າງ 4 ກະຊວງ ແລະ 4 ບໍລິສັດໂທລະຄົມມະນາຄົມ ເພື່ອອຳນວຍຄວາມສະດວກ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຕະຫຼອດໄລຍະການສອບເສັງ.
ສຳລັບການສອບເສັງຖືກຈັດຂຶ້ນເປັນ 2 ໄລຍະ ຄື: ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈັດຂຶ້ນລະຫວ່າງ ວັນທີ 10-12 ມິຖຸນາ 2026. ປະກອບມີ ສູນສອບເສັງທັງໝົດ 588 ສູນ ແລະ ມີ 3,578 ຫ້ອງສອບເສັງ.
ນັກສອບເສັງໄດ້ສອບເສັງ 5 ວິຊາ ປະກອບມີ: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ.
ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈະຖືກຈັດຂຶ້ນລະຫວ່າງ ວັນທີ 17-19 ມິຖຸນາ 2026. ລວມມີສູນສອບເສັງທັງໝົດ 278 ສູນ ແລະ ມີ 2,022 ຫ້ອງສອບເສັງ.
ນັກຮຽນຈະໄດ້ສອບເສັງ 5 ວິຊາ, ປະກອບມີ ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດສັງຄົມ, ກຸ່ມວິຊາວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ.
ໃນສົກຮຽນ 2025-2026, ທົ່ວປະເທດ ມີນັກຮຽນ ຊັ້ນ ມ.4 ແລະ ມ.7 ລວມທັງໝົດ 112,149 ຄົນ, ມີ ໂຮງຮຽນມັດທະຍົມທັງໝົດ 1,866 ແຫ່ງ, ເພີ່ມຂຶ້ນ 5 ແຫ່ງ ຫາກທຽບໃສ່ສົກຮຽນຜ່ານມາ ແລະ ມີໂຮງຮຽນເອກະຊົນ 165 ແຫ່ງ.
ທ່ານ ນາງ ນວມຄຳ ຈັນທະບູລີ ກ່າວວ່າ: ກະຊວງ ສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງ ຄະນະກຳມະການຊີ້ນຳ ແລະ ສົ່ງຄະນະສະເພາະກິດຮ່ວມກັບຂະແໜງການປ້ອງກັນຄວາມສະຫງົບ ແລະ ໂທລະຄົມລົງຕິດຕາມສູນສອບເສັງຕົວຈິງຢ່າງໃກ້ຊິດ, ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.

