Visit BigblueAgency
ການສອບເສັງຈົບຊັ້ນ ມໍ7 ປີນີ້ ຈະມີນັກຮຽນເຂົ້າຮ່ວມຫຼາຍກວ່າ 64.000 ຄົນ

ການສອບເສັງຈົບຊັ້ນ ມໍ7 ປີນີ້ ຈະມີນັກຮຽນເຂົ້າຮ່ວມຫຼາຍກວ່າ 64.000 ຄົນ

ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ຄາດວ່າຈະມີນັກຮຽນມັດທະຍົມຕອນປາຍປີທີ 7 (ມໍ 7) ຫຼາຍກວ່າ 64.000 ຄົນ (ຍິງ 30.035 ຄົນ) ທີ່ມາຈາກ 778 ໂຮງຮຽນມັດທະຍົມຕອນປາຍຂອງລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດທີ່ຈະເຂົ້າສອບເສັງຈົບຊັ້ນສໍາລັບສົກປີ 2019- 2020 ຊຶ່ງການສອບເສັງຈະຈັດຂຶ້ນໃນວັນທີ 29-31 ເດືອນກໍລະກົດນີ້.

ຄະນະກຳມະການຈັດຕັ້ງການສອບເສັງໄດ້ຈັດກຽມສູນສອບເສັງໄວ້ແລ້ວທັງໝົດ 294 ສູນ ຢູ່ທົ່ວປະເທດ ໂດຍມີຫ້ອງສອບເສັງທັງໝົດ 3.222 ຫ້ອງ, ສໍາລັບວິຊາສອບເສັງມີ 4 ວິຊາ ຄື:  ວິຊາພາສາລາວ-ວັນນະຄະດີ, ເລກ, ພູມສາດ ແລະ ຊິວະສາດ.

ກະຊວງສຶກສາທິການ ແລະ ກິລາ ຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ສຳລັບການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນປີທີ4 (ມໍ4) ແມ່ນເລີ່ມການສອບເສັງແຕ່ວັນທີ 22-24 ກໍລະກົດ, ຊຶ່ງມີນັກຮຽນເຂົ້າຮ່ວມທັງໝົດ 87.783 ຄົນ (ຍິງ 42.839 ຄົນ) ມາຈາກ 1.715 ໂຮງຮຽນລັດ ແລະ ເອກະຊົນ ໂດຍມີສູນສອບເສັງ 588 ສູນ ແລະ ມີຫ້ອງສອບເສັງ 4.400 ຫ້ອງ, ວິຊາສອບເສັງລວມມີ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ເລກ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ລາວສຶກສາ ແລະ ພາສາອັງກິດ.

ຜົນການສອບເສັງມໍ 4 ແລະ ມໍ7 ຄາດວ່າຈະປະກາດໃນທ້າຍເດືອນສິງຫາ ແລະ ຜົນການສອບເສັງຈະຕ້ອງໄດ້ຍື່ນສະເໜີຕໍ່ກົມສາມັນສຶກສາເພື່ອຮັບການອະນຸມັດກ່ອນຈຶ່ງຈະອອກປະກາດຢ່າງເປັນທາງການ.

ກະຊວງສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງຄະນະກຳມະການເພື່ອຕິດຕາມການສອບເສັງຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມໂປ່ງໃສໃນການສອບເສັງ ແລະ ສຸຂະພາບຂອງຄູ ແລະ ນັກຮຽນໃນໄລຍະການສອບເສັງ.

 

ຂ່າວ: ແກ້ວວຽງຄອນ ບຸນວິເສດ

ພາບຂ່າວ: ໂຮງຮຽນຫ້ອມສະຫວັນ

Related Articles

Leave a Reply