ອໍານາດການປົກຄອງແຂວງສາລະວັນ ໄດ້ຫຼໍ່ພຣະພຸດທະຮູບ ທອງເຫຼືອງ ປາງໄຊຊະນະມານ 1 ອົງ ເພື່ອໃຫ້ພຸດທະສາສະນິກະຊົນ ໄດ້ກາບໄຫວ້ສັກກະລະບູຊາ ແລະ ທັງເປັນການປະຕິສັງຂອນວັດວາອາຣາມ, ສືບທອດປົກປັກຮັກສາຮີດຄອງປະເພນີຂອງພຸດທະສາສະໜາ ໃຫ້ຍືນຍົງຕະຫຼອດໄປ ຊຶ່ງໄດ້ເລີ່ມການຫຼໍ່ພຣະດັ່ງກ່າວໃນທ້າຍເດືອນມັງກອນ 2021 ທີ່ຜ່ານມາ ຢູ່ທີ່ວັດໂພສີສຸວັນນະຣາມ ບ້ານສະນຶມນອກ ເມືອງເລົ່າງາມ ແຂວງສາລະວັນ ແລະ ຈະສໍາເລັດໃນເດືອນ ເມສາ 2021 ທີ່ຈະມາເຖິງນີ້ ຫຼື ອີກ 3 ເດືອນຂ້າງໜ້າ.
ອົງພຣະພຸດທະຮູບດັ່ງກ່າວນີ້ມີນໍ້າໜັກ 3 ໂຕນ, ໜ້າຕັກກວ້າງ 2,54 ແມັດ, ສູງເກືອບ 4 ແມັດ ເປັນພຣະພຸດທະຮູບ ທີ່ມີມາດຕະຖານ, ຖືກຕ້ອງຕາມສິລະປະເອກະລັກຂອງຊາວລາວ. ພຣະພຸດທະຮູບ ປາງໄຊຊະນະມານ ເປັນພຣະທີ່ຈັດຢູ່ໃນອະຣິຍະບົດ ນັ່ງສະມາທິ ມືຂ້າງຊ້າຍວາງໄວ້ເທິງໜ້າຕັກ, ມືຂ້າງຂວາ ຂວໍ້າລົງທີ່ຫົວເຂົ່າ ແລະ ນີ້ວມືຊີ້ລົງພື້ນທໍລະນີ (ແຜ່ນດິນ), ໂດຍໄດ້ກຳນົດເອົາອະຣິຍະບົດ ຕອນພຣະອົງ ຊົງຊະນະມານ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

