ການຫຼຸດລົງຂອງສັດປ່າກໍ່ໃຫ້ເກີດບັນຫາຫຼາຍຢ່າງແກ່ຫຼາຍຄອບຄົວໃນເຂດຊົນນະບົດ, ການລ່າສັດເກີນຂອບເຂດ ແລະ ຄ້າຂາຍສັດປ່າ ເປັນປັດໃຈສໍາຄັນທີ່ ໄດ້ສົ່ງຜົນກະທົບ ເຮັດໃຫ້ປະລິມານສັດປ່າຫຼຸດລົງ, ໄດ້ເຮັດໃຫ້ສັດທີ່ລ້ຽງລູກດ້ວຍນໍ້ານົມ, ນົກຈໍານວນໜຶ່ງ ແລະ ສັດເລືອຄານບາງຊະນິດ ໄດ້ກາຍເປັນສັດທີ່ຫາຍາກແລ້ວ.
ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ປະຈຸບັນ ການລ່າສັດປ່າຂະໜາດນ້ອຍ ແມ່ນເປັນສິນຄ້າຫຼັກຂອງປະຊາຊົນບັນດາເຜົ່າ ທີ່ເປັນລາຍຮັບບໍ່ໝັ້ນຄົງ, ຊຶ່ງການສູນເສຍສັດຊະນິດຕ່າງໆນີ້ ຍັງສົ່ງຜົນກະທົບໂດຍກົງຕໍ່ການຜະລິດກະສີກໍາ ເຊັ່ນວ່າ: ໃນການຜະລິດກະສີກໍາ ຈໍາເປັນຕ້ອງມີຂະບວນປະສົມພັນ ຫຼືການສຶບພັນຂອງແນວພັນພຶດຕາມທໍາມະຊາດ ໂດຍອາໄສເກສອນຂອງດອກໄມ້ ໂຕຜູ້ ແລະ ໂຕແມ່ ຊຶ່ງແມ່ນແມງໂມ້, ເຜິ້ງ, ເຈຍ, ນົກ ແລະ ອື່ນໆ ທີ່ມີບົດບາດສໍາຄັນໃນການເປັນພາຫານະນໍາເອົາເກສອນມາປະສົມພັນກັນ.
ດັ່ງນັ້ນ ພວກເຮົາຄວນຄໍານຶງໃຫ້ຖີ່ຖ້ວນວ່າ ມື້ໜຶ່ງໃນອະນາຄົດ ຖ້າຂາດປັດໃຈສໍາຄັນເຫຼົ່ານີ້ ການຜະລິດກະສີກໍາ ລວມທັງລະບົບຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຈະໄດ້ຮັບຜົນກະທົບໂດຍກົງ ແລະ ມີຄວາມທຸກຍາກແຜ່ລາມ.
ຂ່າວ: ວຽງຈັນທາຍ

