Visit BigblueAgency
ການອອກເລກລາງວັນຫວຍພັດທະນາລາວ ເພີ່ມເປັນ 2 ເທື່ອຕໍ່ອາທິດ

ການອອກເລກລາງວັນຫວຍພັດທະນາລາວ ເພີ່ມເປັນ 2 ເທື່ອຕໍ່ອາທິດ

ກະຊວງການເງິນໄດ້ອອກແຈ້ງການໃນບໍ່ດົນມານີ້ວ່າ : ກະຊວງການເງິນ ເຫັນດີໃຫ້ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ລາວ ເພີ່ມມື້ການອອກເລກ ລາງວັນ ຫຼື ການອອກຫວຍ ຈາກ 1 ຄັ້ງ ຕໍ່ອາທິດ ມາເປັນ 2 ຄັ້ງ ຕໍ່ອາທິດ ນັບແຕ່ວັນທີ 3 ກຸມພາ 2020 ເປັນຕົ້ນໄປ ໂດຍກໍານົດເອົາເວລາ 20:00 ໂມງ ຂອງທຸກໆວັນຈັນ ແລະ ວັນພະຫັດ ເປັນເວລາອອກລາງວັນ (ກໍລະນີມື້ອອກເລກລາງວັນຫາກກົງກັບມື້ວັນພັກລັດຖະການແມ່ນໃຫ້ເລື່ອນໄປໃສມື້ໃໝ່ຕາມວັນເວລາທີ່ເໝາະສົມ).

ນອກນັ້ນແຈ້ງການຍັງລະບຸໄວ້ຕື່ມອີກວ່າ :  ການອອກລາງວັນແຕ່ລະຄັ້ງຕ້ອງຮັບປະກັນຄວາມໂປ່ງໃສໃຫ້ແກ່ຜູ້ສ່ຽງໂຊກ (ລົບຫາງສຽງວ່າລອກເລກ) ໂດຍການໂຄສະນາອອກເວັບໄຊ, ວິທະຍຸ, ໂທລະພາບ ແລະ ຜ່ານສື່ຕ່າງໆ.

ມອບໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສົມທົບກັບບໍລິສັດ ລັດວິສາຫະກິດ ຫວຍພັດທະນາໃນການຕິດຕາມກວດກາ, ປາບປາມ, ແກ້ໄຂຫວຍເຖື່ອນຢ່າງເຂັ້ມງວດ ແລະ ເດັດຂາດ, ປັບປຸງ, ສ້າງນິຕິກຳກ່ຽວກັບການຕ້ານ, ສະກັດກັ້ນ, ປາບປາມຫວຍເຖື່ອນໃຫ້ລະອຽດ, ຈະແຈ້ງ, ຖືກຕ້ອງ, ສອດຄອງ, ສາມາດຈຳແນກໄດ້ຫວຍເຖື່ອນ ແລະ ຫວຍພັດທະນາທີ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍ, ກຳນົດມາດຕະການຕໍ່ຜູ້ລະເມີດຢ່າງເດັດຂາດ.

ຂໍ້ຕົກລົງສະບັບນີ້ ຫຼື ແຈ້ງການນີ້ ໃຊ້ປ່ຽນແທນຂໍ້ຕົກລົງສະບັບເລກທີ 2845/ກງ ລົງວັນທີ 23 ສິງຫາ 2017 ແລະ ມີຜົນສັກສິດ ນໍາໃຊ້ເປັນທາງການນັບແຕ່ວັນທີ 03 ກຸມພາ 2020 ເປັນຕົ້ນໄປ ເຊັນ ແລະ ປະທັບຕາໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ລົງວັນທີ 14 ມັງກອນ 2020.

ຂ່າວ: ວຽງຈັນທາຍ

ພາບ: ຫວຍພັດທະນາ

Related Articles

Leave a Reply