ການເຈາະອຸມົງ 75 ແຫ່ງ ຕາມແລວທາງລົດໄຟລາວ-ຈີນ ໄດ້ສຳເລັດແລ້ວ

ການເຈາະອຸມົງ 75 ແຫ່ງ ຕາມແລວທາງລົດໄຟລາວ-ຈີນ ໄດ້ສຳເລັດແລ້ວ

ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ການເຈາະອຸມົງ ຈຸດ ເມືອງຊຽງເງິນ (ຈຸດ 3) ທີ່ແຂວງຫຼວງພະບາງ ໄດ້ສໍາເລັດແລ້ວມື້ວັນທີ 29 ກັນຍາ 2020 ທີ່ຜ່ານມາ ຊຶ່ງເປັນການເຈາະອຸມົງສຸດທ້າຍຕາມແລວທາງລົດໄຟລາວ-ຈີນ, ໝາຍຄວາມວ່າມາຮອດປັດຈຸບັນ 75 ອຸມົງຕາມແລວທາງລົດໄຟດັ່ງກ່າວແມ່ນສໍາເລັດການເຈາະຮຽບຮ້ອຍແລ້ວ 100 %.

ໂຄງການລົດໄຟ ລາວ-ຈີນ ມີຄວາມຍາວຫຼາຍກວ່າ 400 ກິໂລແມັດ, ເລີ່ມຈາກຊາຍແດນລາວ-ຈີນ ບໍ່ເຕນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີມູນຄ່າການລົງທຶນທັງໝົດ 5,9 ຕື້ໂດລາເປັນການລົງທຶນລະຫວ່າງລັດຖະ ບານ ຈີນ (70%) ແລະ ລັດຖະບານລາວ (30%).

ປັດຈຸບັນນີ້, ທາງໂຄງການລົດໄຟລາວ-ຈີນ ໄດ້ສຸມໃສ່ວຽກງານການວາງລາງລົດໄຟ, ສ້າງອາຄານສະຖານີ ນາເຕີຍ, ສະຖານີ ໂພນໂຮງ ແລະ ສະຖານີ ກາສີ ແລະ ວຽກງານອື່ນໆ, ຄາດວ່າຈະສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໃນ ປີ 2021.

ໂຄງການລົດໄຟ ລາວ-ຈີນ ເປັນໂຄງການຍຸດທະສາດຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເປັນຍຸດທະສາດ ຂອງ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ”.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply