ການແຂ່ງຂັນເທຄວັນໂດ ສະຫຼອງວັນຊາດຄົບຮອບ 45 ປີ ຈະຈັດຂຶ້ນທ້າຍເດືອນນີ້

ການແຂ່ງຂັນເທຄວັນໂດ ສະຫຼອງວັນຊາດຄົບຮອບ 45 ປີ ຈະຈັດຂຶ້ນທ້າຍເດືອນນີ້

ການແຂ່ງຂັນເທຄວັນໂດທົ່ວປະເທດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ປະຈໍາປີ 2020 ແລະ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020), ຈະຈັດຂຶ້ນລະຫວ່າງວັນທີ 28-29 ພະຈິກນີ້ (ວິທະຍາເຂດດົງໂດກ) ນະຄອນຫຼວງວຽງຈັນ, ຄາດວ່າຈະມີ ນັກກິລາຈໍານວນ 356 ຄົນ ຈາກ 22 ພາກສ່ວນໃນຂອບເຂດທົ່ວປະເທດ ເຂົ້າຮ່ວມແຂ່ງຂັນຄັ້ງນີ້.
ເລຂາທິການ ສະຫະພັນເທຄວັນໂດແຫ່ງຊາດລາວ, ທ່ານ ຈັນທະວົງ ປັນຍາສີລິ ໄດ້ກ່າວໃນພິທີຖະແຫຼງຂ່າວກຽມຈັດການແຂ່ງຂັນຄັ້ງນີ້ ຫວາ່ງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ການຈັດກິດຈະກໍາແຂ່ງຂັນຄັ້ງນີ້ ແນໃສ່ຄັດເລືອກເອົານັກກິລາດີເດັ່ນ ກຽມຮັບໃຊ້ທິມຊາດໃນຕໍ່ໜ້າ, ເຖິງວ່າຈະມີສະພາບການແຜ່ລະບາດພະຍາດ ໂຄວິດ-19 ແຕ່ ສະຫະພັນເທຄວັນໂດແຫ່ງຊາດລາວ ກໍ່ໄດ້ຫາເວລາທີ່ເໝາະສົມ ເພື່ອສ້າງກິດຈະກໍາການແຂ່ງຂັນດັ່ງກ່າວ ພ້ອມທັງສ້າງຂະບວນການຄຳນັບຮັບຕ້ອນວັນຊາດ ຄົບຮອບ 45 ປີ.
ສໍາລັບ ງົບປະມານໃນການຈັດການແຂ່ງຂັນຄັ້ງນີ້ ແມ່ນໃຊ້ງົບລວມທັງໝົດ 90 ລ້ານກີບ, ນອກຈາກນັ້ນ ບໍລິສັດ ເບຍລາວ ຈໍາກັດ ໃຫ້ການອຸປະຖໍາເປັນຜະລິດຕະພັນລວມມູນຄ່າ 15 ລ້ານກີບ ແລະ ເງີນສົດ 5 ລ້ານກີບ  ແລະ ຍັງມີບັນດາບໍລິສັດຕ່າງໆອີກ ໃຫ້ການສະໜັບສະໝູນກິດຈະກໍາຄັ້ງນີ້.

ຂໍ້ມູນ: ຂ່າວກິລາ

Related Articles

Leave a Reply