ການແຂ່ງຂັນແລ່ນ-ລານ ແນໃສ່ພັດທະນານັກກິລາຮຸ່ນໃໝ່ ຈະຈັດທ້າຍເດືອນນີ້

ການແຂ່ງຂັນແລ່ນ-ລານ ແນໃສ່ພັດທະນານັກກິລາຮຸ່ນໃໝ່ ຈະຈັດທ້າຍເດືອນນີ້

ສະຫະພັນແລ່ນ-ລານແຫ່ງຊາດລາວ ຈະຈັດການແຂ່ງຂັນແລ່ນ-ລານ ທົ່ວປະເທດ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021, ຢູ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງການແຂ່ງຂັນລາຍການນີ້ ເນັ້ນໃສ່ພັດທະນາ ນັກກິລາ ຮຸ່ນໃໝ່ ທີ່ມີພອນສະຫວັນ ດ້ານກິລາ ເພື່ອກຽມເປັນ ນັກກິລາຮຸ່ນສືບທອດໃນອະນາຄົດ.
ສໍາລັບ ກິດຈະກໍາແຂ່ງຂັນ ແລ່ນ-ລານຄັ້ງນີ້ ຈະມີຊີງກັນຫຼາຍລາຍການ ເຊັ່ນ: ແລ່ນ 100 ແມັດ ຮຸ່ນເຍົາວະຊົນ ຍິງ-ຊາຍ, ແລ່ນ 200 ແມັດ ຮຸ່ນເຍົາ ວະຊົນ ຍິງ-ຊາຍ, ແລ່ນ 200 ແມັດ ຮຸ່ນທົ່ວໄປ ຍິງ-ຊາຍ, ແລ່ນຂ້າມຮົ້ວ 400 ແມັດ ຮຸ່ນເຍົາວະຊົນ ຍິງ-ຊາຍ, ແລ່ນຂ້າມຮົ້ວ 400 ແມັດ ຮຸ່ນທົ່ວໄປ ຍິງ-ຊາຍ, ເຕັ້ນຍາວ ຮຸ່ນເຍົາວະຊົນ ຍິງ-ຊາຍ, ເຕັ້ນຍາວ ຮຸ່ນທົ່ວໄປ ຍິງ-ຊາຍ, ຍ່າງ 5.000 ແມັດ ຮຸ່ນເຍົາວະຊົນ ຍິງ-ຊາຍ, ແລ່ນ 4×100 ແມັດ ປະສົມ ຮຸ່ນເຍົາວະຊົນ ຍິງ-ຊາຍ ແລະ ລາຍການອື່ນໆອີກ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply