ລັດຖະບານບໍ່ອະນຸຍາດໃຫ້ເປີດການແລ່ນວຽງຈັນມາຣາທອນຄັ້ງທີ 2 ຕາມການສະເໜີຂອງຜູ້ຈັດງານ ແລະ ເລື່ອນອອກໄປແບບບໍ່ມີກໍານົດຍ້ອນວ່າຈະມີນັກແລ່ນເຂົ້າຮ່ວມເປັນຈໍານວນຫຼາຍຈຶ່ງເຮັດໃຫ້ມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ຂະຫຍາຍເປັນວົງກວ້າງຢູ່ບັນດາປະເທດອ້ອມຂ້າງ ແລະ ທົ່ວໂລກ, ເຖິງແມ່ນວ່າຈະບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນປະເທດກໍ່ຕາມ ຊຶ່ງຈໍານວນ 39 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ແມ່ນເດີນທາງມາແຕ່ຕ່າງປະເທດ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການບໍ່ອະນຸຍາດ ຫຼື ໃຫ້ເລື່ອນເວລາຈັດການແລ່ນດັ່ງກ່າວອອກໄປຢ່າງບໍ່ມີກຳນົດໃນມື້ວັນທີ 4 ທັນວາ 2020 ທີ່ຜ່ານມາ, ຊຶ່ງຕາມການສະເໜີຂອງຜູ້ຈັດງານ ແມ່ນຈະຈັດໃນວັນທີ 20 ທັນວາ 2020 ນີ້. ນັກແລ່ນທີ່ໄດ້ລົງລາຍຊື່ສະໝັກໄວ້ແລ້ວສາມາດ ມາຮັບເອົາເຄື່ອງແລ່ນ (ຍົກເວັ້ນເລກແລ່ນ) ໃນວັນທີ 25-27 ທັນວາ 2020 ທີ່ດ້ານໜ້າ ຫ້ອງການ ອີເວັ້ນຟໍກູດ ໃກ້ໄຟແດງທາດຂາວ ເລີ່ມແຕ່ ເວລາ 10:00 -17:00.
ຂ່າວ: ສນຍ

