ອັດຕາການໃຊ້ຈ່າຍດ້ານການສຶກສາຂອງປະຊາຊົນລາວເຫັນວ່າມີການເພີ່ມຂື້ນຢ່າງຫຼວງຫຼາຍໃນໄລຍະ 25 ປີທີ່ຜ່ານມາຍ້ອນວ່າພົນລະເມືອງ ກໍາລັງຮັບຮູ້ຄວາມ ສໍາຄັນຂອງການສຶກສາໃນການຫຼຸດຜ່ອນຄວາມທຸກຍາກ.
ອີງຕາມການ ສໍາຫຼວດດັດສະນີການຊົມໃຊ້ຄົວເຮືອນຫຼ້າສຸດ ສໍາລັບປີ 2018-2019 ໂດຍ ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນໄດ້ຊີ້ໃຫ້ເຫັນວ່າ ອັດຕາການໃຊ້ຈ່າຍດ້ານການສຶກສາຂອງປະຊາຊົນລາວໄດ້ເພີ່ມຂຶ້ນ 2 ເທົ່າຈາກ 1 ເປີເຊັນໃນປີ 2012-2013 ມາເປັນ 2,3% ໃນປີ 2018-2019.
ສູນສະຖິຕິແຫ່ງຊາດ ຊີ້ໃຫ້ຮູ້ຕື່ມວ່າ: ສາເຫດທີ່ຄ່າໃຊ້ຈ່າຍດ້ານການສຶກສາເພີ່ມຂຶ້ນຍ້ອນວ່າປະຊາຊົນລາວມີຄວາມສົນໃຈຕໍ່ການພັດທະນາການສຶກສາເພາະວ່າການສຶກສາແມ່ນປັດໄຈຕົ້ນຕໍໃນການຫຼຸດຜ່ອນຄວາມທຸກຍາກ, ເຊິ່ງປະຊາຊົນລາວໄດ້ຈ່າຍເງິນຫຼາຍ ສຳລັບຄ່າທຳ ນຽມໂຮງຮຽນ ແລະ ຊື້ອຸປະກອນການສຶກສາ, ໃນຂະນະທີ່ບາງຄົນສົ່ງລູກຫຼານໄປຮຽນຢູ່ຕ່າງປະເທດ.
ລັດຖະບານລາວມີນະໂຍບາຍສຸມໃສ່ການພັດທະນາການສຶກສາ, ເຊື່ອວ່າການປັບປຸງຊັບພະຍາກອນມະນຸດ, ຄຸນນະພາບ ແລະ ທັກສະຕ່າງໆຈະນຳໄປສູ່ການຫຼຸດຜ່ອນຄວາມທຸກຍາກຢ່າງກວ້າງຂວາງໃນການພັດທະນາເສດຖະກິດ – ສັງຄົມໃນລາວ.
ຂ່າວ-ພາບ: ຕູ່

