ການໃສ່ຮ້າຍປ້າຍສີ ແລະ ກຸ່ມແກ້ງສະແກມເມີ ແມ່ນໜຶ່ງໃນຫຼາຍວຽກງານຈຸດສຸມທີ່ລັດຖະບານຈະເລັ່ງແກ້ໄຂໃນເດືອນນີ້

ການໃສ່ຮ້າຍປ້າຍສີ ແລະ ກຸ່ມແກ້ງສະແກມເມີ ແມ່ນໜຶ່ງໃນຫຼາຍວຽກງານຈຸດສຸມທີ່ລັດຖະບານຈະເລັ່ງແກ້ໄຂໃນເດືອນນີ້

ວຽກງານຈຸດສຸມຂອງລັດຖະບານ ໃນເດືອນມີນາ 2026, ລັດຖະບານຈະເລັ່ງແກ້ໄຂບັນຫາຫຍໍ້ທໍ້ຕ່າງໆລວມມີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ບັນຫາຢາເສບຕິດ, ກຸ່ມແກ້ງສະແກມເມີ, ການໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ການນໍາພັກ-ລັດ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.

ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ຄື: ບົດລາຍງານຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ; ບົດລາຍງານວຽກພົ້ນເດັ່ນ ປີ 2025 ແລະ 5 ປີ (2021-2025), ທິດທາງແຜນການປີ 2026 ແລະ ແຜນການ 5 ປີ (2026-2030) ຂອງລັດຖະບານ. ນອກນັ້ນ ກໍມີບົດສະເໜີໂຄງປະກອບຄະນະລັດຖະບານ, ບົດກ່າວຮັບໜ້າທີ່.

ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດກອງປະຊຸມສະໄໝສາມັນຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍເດືອນມີນາ ໂດຍສະເພາະ ເນື້ອໃນບັນດາຫົວຂໍ້ທີ່ຈະນໍາເຂົ້າປຶກສາຫາລືໃນກອງປະຊຸມດັ່ງກ່າວ.

ນອກຈາກນີ້, ລັດຖະບານຍັງຈະສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ ການປະຕິບັດບັນດາມາດຕະການ ຂອງຄະນະສະເພາະກິດ 19/ກມສພ ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ປະເມີນການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສືບຕໍ່ຊຸກຍູ້ບັນດາໂຄງການພັດທະນາດ້ານພະລັງງານໄຟຟ້າສະອາດ ແລະ ພະລັງງານທາງເລືອກ, ໂຄງການສາຍສົ່ງເຊື່ອມຕໍ່ (ລາວ-ຈີນ, ລາວ-ຫວຽດນາມ), ເຊື່ອມຕໍ່ພາຍໃນປະເທດ; ຄຸ້ມຄອງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ໃຫ້ເຂັ້ມງວດ, ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ສຳລັບແຮ່ທາດທີ່ສາມາດສ້າງມູນຄ່າເພີ່ມກ່ອນສົ່ງອອກຈຳໜ່າຍ; ສືບຕໍ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ ໃຫ້ເປັນປົກກະຕິ, ແກ້ໄຂບັນຫາໝູລົ້ນຕະຫຼາດ; ແກ້ໄຂບັນຫາດິນຍຸບຜ່ານມາ ໂດຍໃຫ້ສືບຕໍ່ປະເມີນສາເຫດ ແລະ ແກ້ໄຂຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ; ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ໄປຕາມທິດຫັນເປັນທັນສະໄໝ, ຮີບຮ້ອນປັບປຸງຮ່າງມະຕິ ວ່າດ້ວຍກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດການຫັນການເກັບລາຍຮັບເປັນທັນສະໄໝ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໄດ້ຊີ້ນໍາຜ່ານມາ ໃຫ້ສໍາເລັດໄວ; ສືບຕໍ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງ ແລະ ຂົວຕ່າງໆ ດ້ວຍທຶນທີ່ມີແລ້ວ ໃຫ້ສໍາເລັດຕາມແຜນກຳນົດ; ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງເສັ້ນທາງ ໃນໄລຍະໃໝ່ ຕາມມະຕິ 10/ລບ, ລົງວັນທີ 1 ກັນຍາ 2025 ໂດຍໃຫ້ຮີບຮ້ອນປັບປຸງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງຂົວທາງ ໄລຍະ 2026-2030 ໃຫ້ສຳເລັດ ແລະ ໄດ້ລົງລາຍເຊັນໄວ; ເອົາໃຈໃສ່ຕິດຕາມສະພາບການ ແລະ ສະກັດກັ້ນບັນຫາໄຟໄໝ້ລາມປ່າແຕ່ຫົວທີ ໂດຍສະເພາະ ເຂດທ່ອງທ່ຽວທຳມະຊາດ, ເຂດຕົ້ນນ້ຳຕ່າງໆ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມ ຄຳສັ່ງເລກທີ 11/ນຍ ຢ່າງເຂັ້ມງວດ; ເອົາໃຈໃສ່ຄົ້ນຄວ້າອອກໃບຕາດິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້; ຍົກລະດັບດ້ານປະລິມານ ແລະ ຄຸນນະພາບ ຂອງວຽກງານພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສະພາບການໃນໄລຍະໃໝ່, ສຸມໃສ່ການຄົ້ນຄວ້າວິທະຍາສາດ, ສ້າງເປັນຜະລິດຕະພັນອອກສູ່ສັງຄົມ ໃຫ້ນັບມື້ຫຼາຍຂຶ້ນ ຕາມທິດເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ; ພັດທະນາ, ສົ່ງເສີມກິລາມວນຊົນ ແລະ ກິລາມືອາຊີບ ໃຫ້ກວ້າງຂວາງ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອກິລາທີ່ເປັນທ່າແຮງ ໃຫ້ພົ້ນເດັ່ນ, ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ; ສືບຕໍ່ປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ເປັນຕົ້ນ ເສັ້ນທາງ ໃນຕົວເມືອງທ່ອງທ່ຽວຕ່າງໆ, ສ້າງແຜນກິດຈະກຳ ຢູ່ບັນດາສະຖານທີ່ທ່ອງທ່ຽວ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານ​ບັນ​ເທີ​ງ, ພະນັກງານນຳທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງຕາມ​ລະບຽບກົດໝາຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ ໂດຍສະເພາະ ຄວາມປອດໄພຂອງນັກທ່ອງທ່ຽວ ແລະ ອື່ນໆ; ສືບຕໍ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ຕາມນະໂຍບາຍ 5 ດີ 1 ພໍໃຈ; ສືບຕໍ່ກະກຽມການຫັນໂຮງໝໍກຸ້ມຕົນເອງ ໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສາມາດສ້າງຄວາມເຊື່ອໝັ້ນ ແລະ ດຶງການບໍລິການ ໃຫ້ສູງຂຶ້ນ; ສຸມໃສ່ປັບປຸງໂຄງລ່າງພື້ນຖານ, ປະກອບບຸກຄະລາກອນ ແລະ ອຸປະກອນການແພດ ທີ່ທັນສະໄໝ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ອື່ນໆ.

ວຽກງານດັ່ງກ່າວ, ຄະນະລັດຖະບານ ໄດ້ຕົກລົງກັນທີ່ປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ຂ່າວ-ພາບ: ສນຍ

 

Related Articles

Leave a Reply