ກຳລັງຕີພິເສດເຄື່ອນໄຫວສູ້ຮົບປິດລັບຫຼອນຕີ, ບັນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆບຸກຕີດັບສູນສັດຕູ

ກຳລັງຕີພິເສດເຄື່ອນໄຫວສູ້ຮົບປິດລັບຫຼອນຕີ, ບັນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆບຸກຕີດັບສູນສັດຕູ

ກຳລັງຕີພິເສດ ພາຍຫຼັງໄດ້ສ້າງຕັ້ງຂຶ້ນ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ໃນການເຄື່ອນໄຫວສູ້ຮົບປິດລັບຫຼອນຕີ, ບັນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆບຸກຕີດັບສູນສັດຕູໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນໄຊຊະນະ.

ສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫ່ຍ 497 ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວພັນກອງໃຫ່ຍ 497 ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນຕະຫຼອດໄລຍະ 77 ປີຜ່ານ ມາ, ໃນປີ 2025 ຜ່ານມາ ກອງພັນໃຫຍ່ 497 ໄດ້ປະກອບສ່ວນຜົນງານຫລາຍດ້ານທີ່ໂດດເດັ່ນ ຊຶ່ງເປັນກົມກອງໜຶ່ງ ທີ່ຂັ້ນເທິງໄດ້ໄວ້ເນື້ອເຊື່ອໃຈ, ໄດ້ຄັດເລືອກເຂົ້າຮ່ວມການຊ້ອມຮົບ ລາໂຣສ 2025 ຮ່ວມກັບສະຫະພັນຣັດເຊຍ. ຜ່ານການເຂົ້າຮ່ວມຊ້ອມຮົບຕົວຈິງນັ້ນ ເຫັນວ່າ ພະນັກງານ-

ນັກຮົບທຸກສະຫາຍມີຄວາມຫ້າວຫັນ, ມີຄວາມມະນະອົດທົນ ເພື່ອຮໍ່າຮຽນ, ຖອດຖອນເອົາບົດຮຽນ, ຄວາມຮູ້ຈາກເພື່ອນມິດ ໂດຍສະເພາະແມ່ນສົງຄາມສະໄໝໃໝ່ ໃນການເຂົ້າຮ່ວມຕົວຈິງນັ້ນ ບັນດາສະຫາຍມີຄວາມອົດທົນຜ່ານຜ່າ ຍາດແຍ່ງເອົາບົດຮຽນອັນລໍ້າຄ່າ ໃນການນຳໃຊ້ອາວຸດ-ເຕັກນິກທີ່ທັນສະໄໝ ເຂົ້າໃນການສູ້ຮົບ ກໍຄື ການປະຕິບັດໜ້າທີ່ຕົວຈິງ ທີ່ພວກເຮົາບໍ່ເຄີຍໄດ້ນຳໃຊ້, ບໍ່ເຄີຍໄດ້ເຂົ້າເຖິງວັດຖຸດັ່ງກ່າວ ແລະ ສາມາດເຂົ້າເຖິງໄດ້ ໂດຍສະເພາະການນຳໃຊ້ໂດຣນ ສືບຂ່າວ, ໂດຣນໂຈມຕີ ກໍຄື ການນຳໃຊ້ອາວຸດທີ່ທັນສະໄໝ ໃນການດັບສູນເປົ້າໝາຍທີ່ແມ້ນຢໍາ.

ແຫຼ່ງຂໍ້ມູນຂ່າວ: ຄຳໄຕ ຈັນນະຄອນ

Related Articles

Leave a Reply