ກິດຈະກໍາ ແລ່ນ-ຍ່າງ ເພື່ອສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 126 ປີ ຈະຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ຊຶ່ງກິດຈະກໍາ ຄັ້ງນີ້ ຄາດວ່າຈະມີຜູ້ເຂົ້າຮ່ວມ ປະມານ 2 ພັນກວ່າຄົນ, ສ່ວນຜູ້ທີ່ເຂົ້າຮ່ວມ ຈະໄດ້ຮັບເສື້ອ ພ້ອມໃບຢັ້ງຢືນການເຂົ້າຮ່ວມ ຈາກໂອແລມປິກສາກົນ.
ພິທີຖະແຫຼງຂ່າວ ງານສະເຫຼີມສະຫຼອງດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢຸູແຂວງ ສະຫວັນນະເຂດ ລະຫວ່າງ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.
ສະເພາະປີ 2020 ນີ້, ຄະນະໂອແລມປິກແຫ່ງຊາດລາວ ມີແຜນຈັດໃນວັນທີ 20 ມິຖຸນາ ແຕ່ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ຕ້ອງໄດ້ເລື່ອນອອກໄປ, ແລະ ອີງໃສ່ຄວາມເປັນຈິງໃນສະພາບການແຜ່ລະບາດທີ່ຫຼຸດຜ່ອນລົງ, ລັດຖະບານຈຶ່ງອະນຸຍາດໃຫ້ຈັດກິດຈະກໍາໄດ້ ແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດກ່ຽວກັບພະຍາດໂຄວິດ 19.
ໃນປີຜ່ານມາຮູບແບບການຈັດແມ່ນໄດ້ເຊີນ ຄະນະໂອແລມປິກຈາກປະເທດໃກ້ຄຽງເຂົ້າຮ່ວມງານນໍາ, ແຕ່ຍ້ອນມີສະພາບການແຜ່ລະບາດຂອງ ໂຄວິດ 19 ຈຶ່ງສະເໜີຈັດສະເພາະພາຍໃນ, ໂດຍຈະມີການເຊື້ອເຊີນນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕໍາຫຼວດ ພ້ອມດ້ວຍພໍ່ແມ່ປະຊາຊົນທຸກເພດ-ທຸກໄວ ພາຍໃນນະຄອນໄກສອນພົມວິຫານ ແລະ ອ້ອມຂ້າງແຂວງ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

