ກຸ່ມບໍລິສັດ ຫຼວງຈະເລີນຟາມ ກຽມພັດທະນາກະສິກໍາຄົບວົງຈອນ ຢູ່ເມືອງຈອມເພັດ  

ກຸ່ມບໍລິສັດ ຫຼວງຈະເລີນຟາມ ກຽມພັດທະນາກະສິກໍາຄົບວົງຈອນ ຢູ່ເມືອງຈອມເພັດ  

 ກຸ່ມບໍລິສັດ ຫຼວງຈະເລີນຟາມ ຈະລົງທຶນປະມານ 44 ລ້ານໂດລາສະຫະລັດ ສໍາລັບໂຄງການພັດທະນາກະສິກໍາຄົບວົງຈອນ ຢູ່ ບ້ານໂຄກສະຫວ່າງ ເມືອງຈອມເພັດ ແຂວງຫຼວງພະບາງ ຫຼັງຈາກທີ່ລັດຖະບານໄດ້ອະນຸຍາດໃຫ້ກຸ່ມບໍລິສັດດັ່ງກ່າວສໍາປະທານເນື້ອດິນລັດ ຈໍານວນ 150 ເຮັກຕາ ຢູ່ບ້ານໂຄກສະຫວ່າງ ເພື່ອຜະລິດເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກ ໂດຍຈະມີການສ້າງຕັ້ງຟາມງົວ, ປູກຕົ້ນໄມ້ໃຫ້ໝາກ, ປູກພຶດ-ຜັກ  ແລະ ສ້າງສູນສຶກສາຮຽນຮູ້ດ້ານກະສິກໍາ.

 ດິນດັ່ງກ່າວມີອາຍຸສໍາປະທານ 30 ປີ ນັບແຕ່ເດືອນ ຕຸລາ 2020 ເປັນຕົ້ນໄປ, ໃນເບື້ອງຕົ້ນບໍລິສັດຈະສ້າງເສັ້ນ ທາງປູຢາງ ເຂົ້າຫາພື້ນທີ່ພັດທະນາໂຄງການ ກວ້າງ 7 ແມັດ ພ້ອມທັງຕິດຕັ້ງເສົາໄຟ, ຄວາມຍາວ 4 ກິໂລແມັດ ໃຫ້ສໍາເລັດພາຍໃນ 6 ເດືອນ.

 ພິທີເຊັນສັນຍາສໍາປະທານດິນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່່ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ລະຫວ່າງ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງຫຼວງພະບາງ, ທ່ານນາງ ສີລີພອນ ສຸພັນທອງ ແລະ ປະທານກຸ່ມບໍລິສັດຫຼວງຈະເລີນ, ທ່ານ ວິລະເດດ ໂຄຕິເສນ ໂດຍເຂົ້າຮ່ວມເປັນສັກຂີພິຍານ ຂອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ສຸກັນ ບຸນຍົງ.

 ຂ່າວ: ອາພຸດເດດ ບຸບຜາ

ພາບປະກອບ

Related Articles

Leave a Reply