ກຸ່ມສ່ຽງສູງສຸດທີ່ອາດຈະຕິດເຊື້ອພະຍາດ ໂຄວິດ-19 ຈໍານວນ 31.046 ຄົນ ໄດ້ສັກຢາວັກຊີນເຂັມທໍາອິດແລ້ວ

ກຸ່ມສ່ຽງສູງສຸດທີ່ອາດຈະຕິດເຊື້ອພະຍາດ ໂຄວິດ-19 ຈໍານວນ 31.046 ຄົນ ໄດ້ສັກຢາວັກຊີນເຂັມທໍາອິດແລ້ວ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ ເມື່ອວັນທີ 18 ມີນາ 2021 ທີ່ຜ່ານມາວ່າ:  ຮອດປັດຈຸບັນນີ້, ກຸ່ມສ່ຽງທໍາອິດ ຫຼື ກຸ່ມສ່ຽງ ສູງສຸດທີ່ອາດຈະຕິດເຊື້ອພະຍາດໂຄວິດ-19 ຊຶ່ງເປັນພະນັກງານແພດໝໍທີ່ເຮັດວຽກງານບໍລິ ການຢູ່ໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ, ພະນັກງານຜູ້ທີ່ເຮັດວຽກຢູ່ຈຸດດ່ານຕ່າງໆ, ຜູ້ທີ່ເຮັດວຽກຢູ່ສະຖານທີ່ຈຳກັດບໍລິເວນລວມທັງ ບັນ ດາໂຮງແຮມທີ່ນຳໃຊ້ເປັນບ່ອນຈຳກັດບໍລິເວນ ຈໍານວນ 31.046 ຄົນ ໄດ້ຮັບການສັກຢາວັກຊີນເຂັມທໍາອິດ ແລ້ວພາຍຫຼັງ ທີ່ເລີ່ມສັກແຕ່ວັນທີ 5-12 ມີນາ ທີ່ຜ່ານມາໃນຂອບເຂດທົ່ວປະເທດ ແລະ ເຂັມທີ 2 ຈະເລີ່ມສັກໃນລະຫວ່າງວັນທີ 5-10 ເມສາ 2021 ທີ່ຈະມາເຖິງ.
 ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ:  ໃນຈໍານວນ 31.046 ຄົນ ທີ່ໄດ້ສັກຢາວັກຊີນເຂັມທໍາອິດປະກອບມີແພດໝໍຫຼາຍກວ່າ 10.000 ຄົນ, ພະນັກງານປະຈໍາດ່ານຫຼາຍກວ່າ 16.000 ຄົນ, ຜູ້ເດີນທາງອອກໄປຕ່າງປະເທດ 430 ຄົນ, ຜູ້ທີ່ມີອາຍຸ 60 ປີຂື້ນໄປ 122 ຄົນ, ຜູ້ທີ່ມີພະຍາດປະຈໍາຕົວ 23 ຄົນ ແລະ ກຸ່ມອື່ນໆ 2.550 ກວ່າຄົນ ແລະ ຜູ້ອື່ນໆອີກຈໍານວນໜຶ່ງ.

Related Articles

Leave a Reply