ກຸ່ມຫັດຖະກຳຈັກສານບ້ານແບ່ງດ່ານມີລາຍຮັບຫຼາຍກວ່າ 130 ລ້ານກີບຕໍ່ປີຈາກການຂາຍຜະລິດພັນ

ກຸ່ມຫັດຖະກຳຈັກສານບ້ານແບ່ງດ່ານມີລາຍຮັບຫຼາຍກວ່າ 130 ລ້ານກີບຕໍ່ປີຈາກການຂາຍຜະລິດພັນ

ກຸ່ມຫັດຖະກຳຈັກສານບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ ມີລາຍຮັບຫຼາຍກວ່າ 130 ລ້ານກີບຕໍ່ປີ ຈາກການຂາຍຜະລິດຕະພັນ ເຊັ່ນ: ຂັນ, ພາເຂົ້າ, ຕິບເຂົ້າ ແລະ ເຄື່ອງໃຊ້ອຍພາຍໃນຄົວເຮືອນຕ່າງໆ ທີ່ເຮັດດ້ວຍຫວາຍ ແລະ ໄມ້ປ່ອງ ຊຶ່ງສະມາຊິກກຸ່ມຈະມີລາຍຮັບປະມານ 300.000 ຫາ 1.500.000 ກີບ ຕໍ່ຄົນຕໍ່ເດືອນ, ຕະຫຼາດຫຼັກແມ່ນພາຍໃນແຂວງສາລະວັນ ນອກນັ້ນຍັງສົ່ງມາຂາຍຢູ່ຕະຫຼາດ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ

ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ, ແຂວງສາລະວັນ ໃຫ້ສຳພາດຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ບ້ານແບ່ງດ່ານ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານນາເລົ່າ, ມີຈໍານວນພົນລະເມືອງທັງໝົດ  918 ຄົນ, ຍິງ 484 ຄົນ, ມີ 169 ຫຼັງຄາເຮືອນ, 210 ຄອບຄົວ. ປະຊາຊົນສ່ວນໃຫຍ່ແມ່ນຖືເອົາການເຮັດນາເປັນອາຊີບຫຼັກ ແລະ ລ້ຽງສັດ-ປູກພືດ ເປັນອາຊີບສໍາຮອງ ແລະ ມີອາຊີບເສີມຄື ຫັດຖະກໍາຈັກສານ ຊຶ່ງຖືວ່າເປັນອາຊີບເສີມທີ່ສຳຄັນຂອງປະຊາຊົນບ້ານແບ່ງດ່ານ ໂດຍສະເພາະສາມາດຊ່ວຍແກ້ໄຂຄວາມທຸກຍາກ ແລະ ເຮັດໃຫ້ຊີວິດການເປັນຢູ່ ແລະ ສ້າງເສດຖະກິດຂອງຄອບຄົວດີຂື້ນເທື່ອລະກ້າວ.

ທ່ານຮອງເຈົ້າເມືອງໃຫ້ຮູ້ຕື່ມອີກວ່າ: ກຸ່ມຫັດຖະກຳຈັກສານ ບ້ານແບ່ງດ່ານ ໄດ້ລິເລີ່ມສ້າງຕັ້ງຂຶ້ນໃນປີ 1979 ເຊິ່ງໄດ້ມີເຖົ້າແກ່ຈໍານວນໜຶ່ງໄດ້ໄປເຫັນເຄື່ອງຫັດຖະກຳຢູ່ບ່ອນອື່ນ ແລ້ວມີຄວາມສົນໃຈຄິດວ່າໃນບ້ານມີວັດຖຸດິບຫຼາຍບໍ່ວ່າຈະເປັນປະເພດຫວາຍ ແລະ ໄມ້ປ່ອງ. ສະນັ້ນ, ກໍ່ໄດ້ພ້ອມກັນຜະລິດອອກຈຳໜ່າຍສູ່ຕະຫຼາດ ເບື້້ອງຕົ້ນຜະລິດເພື່ອແລກເຂົ້າມາກິນ ເຫັນວ່າໄດ້ຮັບການຕອບສະໜອງເປັນຢ່າງດີ ບໍ່ວ່າຈະເປັນທັງພາຍໃນແຂວງ ແລະ ຕ່າງແຂວງໃຫ້ຄວາມນິຍົມ ແຕ່ເຮັດແບບກະແຈກກະຈາຍ ບໍ່ໄດ້ເປັນກຸ່ມເປັນກ້ອນ. ມາຮອດປີ 1996  ໄດ້ສ້າງຕັ້ງກຸ່ມຂຶ້ນໂດຍເລືອກ ແມ່ ສີ ເປັນຫົວໜ້າກຸ່ມ ເຊິ່ງມີສະມາຊິກ 12 ຄອບຄົວ.

ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply