ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ມີນາ 2021 ທີ່ຜ່ານມາ ທີ່ຫໍສະພາແຫ່ງຊາດ, ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ມີການຮັບຮອງເອົາທ່ານ ພັນຄໍາ ວິພາວັນ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່ ແລະ ທ່ານໄດ້ສະເໜີກ່ຽວກັບໂຄງຮ່າງການຈັດຕັ້ງລັດຖະບານ ຊຸດທີ IX ໂດຍມີໂຄງປະກອບ 17 ກະຊວງ ແລະ 2 ອົງການທຽບເທົ່າ.
ພາຍຫຼັງທີ່ມີການສະເໜີໂຄງຮ່າງການຈັດຕັ້ງໃໝ່ດັ່ງກ່າວ, ສະມາຊິກສະພາແຫ່ງຊາດໄດ້ຕົກລົງ ແລະ ພ້ອມກັນລົງຄະແນນສຽງເຫັນດີຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງນາຍົກລັດຖະມົນຕີ ຊຶ່ງໄດ້ຮັບຮອງເອົາ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ສອນໄຊ ສີພັນດອນ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ກິແກ້ວ ໄຂຄໍາພິທູນ ເປັນຮອງນາຍົກລັດຖະມົນຕີ, ທ່ານ ວິໄລ ຫຼ້າຄໍາຟອງ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ສະເຫຼີມໄຊ ກົມມະສິດ ເປັນລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາແພງ ໄຊສົມແພງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຄຳເຈນ ວົງໂພສີ ເປັນລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ເພັດ ພົມພິພັກ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ບຸນຄໍາ ວໍລະຈິດ ເປັນລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສອນໄຊ ສິດພະໄຊ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ໃບຄໍາ ຂັດຕິຍະ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ສວນສະຫວັນ ວິຍາເກດ ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີກະຊວງການເງິນ, ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພຸດ ສິມມາລາວົງ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນແຝງ ພູມມະໄລສິດ ເປັນລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີກະຊວງພາຍໃນ, ທ່ານ ດາວວົງ ພອນແກ້ວ ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ໄພວີ ສີບົວລິພາ ເປັນລັດຖະມົນຕີກະຊວງຍຸຕິທໍາ.

