ພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາການ ກ່ຽວກັບການບໍລິການກວດສຸຂະພາບແຮງງານ ແລະ ອື່ຶນໆ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2020 ທີ່ຜ່ານມາຢູ່ ນະຄອນຫຼວງວຽງຈັນ.
ສໍາລັບບົດບັນທຶກດັ່ງກ່າວ ມີເນື້ອໃນສໍາຄັນ ແລະ ຄວາມຮັບຜິດຊອບຕົ້ນຕໍຂອງແຕ່ລະຝ່າຍ ເຊັ່ນ: ກົມຄຸ້ມຄອງແຮງງານ ໃຫ້ຕິດຕາມ ຊີ້ນຳ ແລະ ເຂົ້າຮ່ວມໃນກໍລະນີຈຳເປັນ ໃນການຈັດຕັ້ງປະຕິບັດວຽກງານຂອງຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ ໃຫ້ເປັນໄປຕາມຈຸດປະສົງຂອງການກວດສຸຂະພາບແຮງງານ ໂດຍສະເພາະແມ່ນການປະຕິບັດໃຫ້ສອດຄ່ອງຕາມລະບຽບການ ກັບວຽກງານສຸຂະພາບແຮງງານ ແລະ ບັນຊີພະຍາດ ອາຊີບ ຢູ່ສປປ ລາວ, ໃຫ້ຄຳປຶກສາດ້ານກົດໝາຍລະບຽບການ ແລະ ວິຊາການດ້ານວຽກງານສຸຂະພາບແຮງງານ ແລະ ອື່ນໆ.
ພ້ອມທັງ ເຜີຍແຜ່ ແລະ ບັງຄັບໃຫ້ໃຊ້ກົດໝາຍລະບຽບການຂອງລັດ ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍສະເພາະແມ່ນການກວດສຸຂະພາບແຮງງານ ນຳໃຊ້ ສະເໜີປັບປຸງ ແລະ ບຳລຸງຖານຂໍ້ມູນສຸຂະພາບແຮງງານທີ່ຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ ສະໜອງໃຫ້ເກັບຮັກສາ ນຳໃຊ້ ແລະ ເຜີຍແຜ່ຂໍ້ມູນດ້ານສຸຂະພາບແຮງງານຕາມຄວາມເໝາະສົມ.
ສ່ວນຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ ໃຫ້ປະຕິບັດຕາມກົດໝາຍ ລະບຽບການທີ່ກ່ຽວຂ້ອງກັບການດຳເນີນກິດຈະການຂອງຕົນ ຮັບປະກັນຄຸນນະພາບຂອງການບໍລິການ ປະກອບບຸກຄະລາກອນທີ່ມີຄວາມຊ່ຽວຊານດ້ານແຮງງານ ໂດຍສະເພາະແມ່ນດ້ານການວິເຄາະພະຍາດອາຊີບ ແລະ ສາເຫດຂອງການກໍ່ໃຫ້ເກີດພະຍາດໃນສະຖານທີ່ເຮັດວຽກ ມີຖານຂໍ້ມູນດ້ານສຸຂະພາບແຮງງານທີ່ລະອຽດ ສາມາດເກັບມ້ຽນໄວ້ໄດ້ຍາວນານ.
ພ້ອມນັ້ນ ຖານຂໍ້ມູນດັ່ງກ່າວແມ່ນໃຫ້ມີຢູ່ຫ້ອງການຂອງຕົນ ແລະ ສະໜອງໃຫ້ກົມຄຸ້ມຄອງແຮງງານ ຊ່ວຍຊຸກຍູ້ດ້ານງົບປະມານໃຫ້ແກ່ການເຝິກອົບຮົມພະນັກງານ ການສ້ອມແປງ ແລະ ປັບປຸງຖານຂໍ້ມູນໃຫ້ຢູ່ໃນສະພາບພ້ອມນຳໃຊ້ໄດ້ ຫຼື ພັດທະນາໃຫ້ດີຂຶ້ນ ລວມທັງພິມເຜີຍ ແຜ່ຂໍ້ມູນຕາມຄວາມເໝາະສົມຕາມການສະເໜີຂອງກົມຄຸ້ມຄອງແຮງງານ.
ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ທ່ານ ພົງໄຊສັກ ອິນຖາລາດ ແລະ ອຳນວຍການຫ້ອງການບໍລິການກວດສຸຂະພາບ ພາຍໃນ ແລະ ຕ່າງປະເທດ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ໄດ້ເຊັນບົດບັນທຶກ ສະບັບນີ້ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ ແລະ ບົດບັນທຶກສະບັບນີ້ ແມ່ນມີອາຍຸນຳໃຊ້ 3 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ: ຮສສ

