ເທດສະການອາຫານລາວ ປະຈຳ ປີ 2021 ຈະຈັດຂຶ້ນໃນລະຫວ່າງ ວັນທີ 23-27 ກຸມພາ ນີ້ ຢູ່ເດີ່ນສວນເຈົ້າອານຸວົງນະຄອນຫຼວງວຽງຈັນ, ຊຶ່ງຈະມີອາຫານທີ່ເປັນເອກະລັກພື້ນເມືອງລາວ ຈາກທົ່ວປະເທດ ກຽມພ້ອມໃຫ້ບັນດາທ່ານ ຊີມລົດຊາດ, ນອກຈາກນັ້ນ ຍັງມີສິນຄ້າຈາກປະເທດອາຊຽນ-ສະຖານທູດຕ່າງໆ ຈາກ 9 ປະເທດ ປະຈຳ ສປປ ລາວ ທີ່ເຂົ້າຮ່ວມງານຄັ້ງນີ້ ເຊັ່ນ: ສະຖານທູດ ຫວຽດນາມ, ອິນໂດເນເຊຍ, ກຳປູເຈຍ, ຟິລິບປິນ, ມາເລເຊຍ, ມຽນມາ, ໄທ, ສິງກະໂປ ແລະ ບຣູໄນ.
ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມ ນັກທຸລະກິດແມ່ຍິງລາວ ໄດ້ກ່າວໃນງານຖະແຫຼງຂ່າວ ກຽມຈັດງານເທດສະການອາຫານລາວ ປະຈຳ ປີ 2021 ເມື່ອບໍ່ດົນມານີ້ວ່າ: ສໍາລັບ ເທດສະການອາຫານລາວ ປິນີ້ ຄາດວ່າ ຈະມີຮ້ານວາງສະແດງ ແລະ ຂາຍສິນຄ້າປະເພດຕ່າງໆ ທັງໝົດ 120 ຮ້ານ ເຊັ່ນ: ຮ້ານອາຫານ, ເຄື່ອງຫັດຖະກຳ, ກະສິກຳ ເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດຂອງແມ່ຍິງ, ຜູ້ປະກອບການແມ່ຍິງ ກ່ຽວກັບ ການຜະລິດ, ການປູກຝັງ, ລ້ຽງສັດ, ປຸງແຕ່ງ, ທຸລະກິດຮ້ານອາຫານ, ການໂຮງແຮມ, ຜູ້ເຮັດການຜະລິດ ຫັດຖະກຳ ຝ້າຍໄໝ, ຈັກສານ ແລະ ອື່ນໆ ຈາກທົ່ວປະເທດ ໃຫ້ໄດ້ມີໂອກາດ ມາວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ ພ້ອມທັງເປັນການໂຄສະນາເຜີຍແຜ່ ອາຫານພື້ນເມືອງແບບລາວໆ ຈາກຜະລິດຕະພັນປອດສານພິດ ແລະ ອື່ນໆ.
ໂດຍສະເພາະໃນມື້ເປີດງານ ແມ່ນຈະໄດ້ມີການກວດວັດແທກອຸນຫະພູມ, ມີເຈວໃຫ້ຜູ້ເຂົ້າຮ່ວມງານລ້າງມື, ແຈກຢາຍຜ້າອັດປາກອັດດັງຟຣີ ເພື່ອ ຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19.
ຂ່າວ: ວຽງຈັນທາຍ
ຮູບປະກອບ

