ກຽມແຂ່ງຂັນຂີ່ລົດຖີບ ເພື່ອຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ກຽມແຂ່ງຂັນຂີ່ລົດຖີບ ເພື່ອຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ສະຫະພັນລົດຖີບແຫ່ງຊາດລາວ ແລະ ກຳມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ກຽມຈັດກິດຈະກໍາການແຂ່ງຂັນຂີ່ລົດຖີບ ຂຶ້ນໃນວັນທີ 08 ສິງຫາ 2020, ຊິງຂັນປະທານ ສນຊ ເພື່ອຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950- 13 ສິງຫາ 2020).

ການແຂ່ງຂັນດັ່ງກ່າວ ຈະເລີ່ມແຕ່ເວລາ 06:30 ໂມງ ເປັນຕົ້ນໄປ, ຈະແບ່ງອອກເປັນ 2 ປະເພດຄື: ປະເພດທີ່ໜຶ່ງ ແມ່ນການຂີ່ລົດຖີບສາມັກຄີ (ແບບປວງຊົນ) ເສັ້ນທາງຈະເລີ່ມ ຈາກເດີ່ນທາດຫຼວງ ໄປຈົນເຖິງອະນຸສາວະລີເຈົ້າຟ້າງຸ່ມ ແລະ ກັບຄືນໄປຈຸດເລີ່ມຕົ້ນ.

ສ່ວນ ປະເພດທີ່ສອງ ແມ່ນການແຂ່ງຂັນຊິງຂັນປະທານ ສນຊ, ແບ່ງອອກເປັນ 3 ລຸ້ນ ຄື:ລຸ້ນທົ່ວໄປ, ລຸ້ນອາຍຸ 30-39 ປີ ແລະ ລຸ້ນ ອາຍຸ 40 ປີ ຂຶ້ນໄປ, ຊຶ່ງມີໄລຍະທາງ 70 ກິໂລແມັດ ຈຸດເລີ່ມຕົ້ນຈາກເດີ່ນທາດຫຼວງ ແລະ ຈົບທີ່ເດີ່ນທາດຫຼວງ.

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ ໄດ້ກ່າວໃນພິທີຖະແຫຼງຂ່າວຈັດການແຂ່ງຂັນດັ່ງກ່າວ ໃນວັນທີ 28 ກໍລະກົດ ທີ່ນະຄອນຫຼວງວຽງຈັນ ວ່າ: ເພື່ອເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ເປັນຂະບວນຟົດຟື້ນ, ສ້າງຄວາມສາມັກຄີ ແລະ ມີສີສັນນັ້ນ, ຫລັງຈາກການແຂ່ງຂັນໄດ້ເສັດສິ້ນ, ພາຍໃນງານຈະມີການສະແດງ ສິລະປະ ແລະ ບົດເພງຈຳນວນຫນຶ່ງ ໂດຍນັກສິລະປິນຂອງສູນກາງແນວລາວສ້າງຊາດ ແລະ ສິລະປິນຮັບເຊີນຈຳນວນຫນຶ່ງ ແລະ ກິດຈະກໍາ ອື່ນໆ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply