ກໍາມະບານ ກຽມຈັດຫຼາຍກິດຈະກໍາ ສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ ຕິດພັນກັບການປ້ອງກັນພະຍາດໂຄວິດ-19

ກໍາມະບານ ກຽມຈັດຫຼາຍກິດຈະກໍາ ສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ ຕິດພັນກັບການປ້ອງກັນພະຍາດໂຄວິດ-19

ສູນກາງສະຫະພັນກໍາມະບານ ລາວຈະຈັດຫຼາຍກິດຈະກໍາເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ (1/2/1956-1/2/2021) ໂດຍຕິດພັນກັບການປະຕິບັດມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ຫວ່າງບໍ່ດົນມານີ້ໃຫ້ຮູ້ວ່າ: ສະເພາະຢູ່ສູນກາງສະຫະພັນກໍາມະບານ ຈະມີການໂຮມຊຸມນຸມ, ຈັດກອງປະຊຸມ ວິທະຍາສາດສົນທະນາແລກປ່ຽນບົດຮຽນກ່ຽວກັບການພັດທະນາວຽກງານກໍາມະບານໃນໄລຍະໃໝ່ຢູ່ຫໍປະຊຸມແຫ່ງຊາດ ໃນວັນທີ 1 ກຸມພາ 2021, ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ, ພ້ອມກັນນັ້ນສະຫະພັນກໍາມະບານນະຄອນຫຼວງວຽງຈັນ ແລະ ສູນເລືອດ ແຫ່ງຊາດ ໄດ້ຈັດກິດຈະກໍາບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໃນ 9 ຕົວເມືອງພາຍໃນນະຄອນຫຼວງວຽງຈັນ ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 19 ມັງກອນ 2021 ເປັນຕົ້ນມາ ແລະ ຈັດຢູ່ສໍານັກງານສູນກາງສະຫະພັນກໍາມະບານລາວ ໃນວັນທີ 28 ມັງກອນ 2021 ຜ່ານມານີ້.

ນອກຈາກນີ້ ຍັງມີຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ຂະບວນອອກແຮງງານອະນາໄມລວມຕາມເງື່ອນໄຂ ແລະ ສະພາບຄວາມເປັນຈິງ. ແຕ່ໃນການຈັດກິດຈະກໍາຕົວຈິງແຕ່ລະພາກສ່ວນ ຕ້ອງປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອຄວບຄຸມ ແລະ ປ້ອງກັນການລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ສູນກາງສະຫະພັນກໍາມະບານລາວ ຍັງໄດ້ແຈ້ງການເຖິງສະຫະພັນກໍາມະບານທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ, ລວມທັງບັນດາໂຮງຈັກ, ໂຮງງານ ທັງພາກລັດ ແລະ ເອກະຊົນ ທີ່ມີເງື່ອນໄຂ ແລະ ຄວາມສາມາດ ຈັດຕັ້ງການເຜີຍແຜ່ປາຖະກະຖາກ່ຽວກັບມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານຄົບຮອບ 65 ປີ, ພ້ອມດຽວກັນນັ້ນ ຖ້າມີເງື່ອນໄຂໃຫ້ຈັດຕັ້ງຂະບວນການຕ່າງໆ ເຊັ່ນ: ກອງປະຊຸມວິທະຍາສາດ, ກິດຈະກໍາ ຖາມ-ຕອບຄວາມຮູ້ກ່ຽວກັບວຽກງານກໍາມະບານ, ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ຈັດຂະບວນການແຂ່ງຂັນກິລາມວນຊົນ, ສິລະປະວັນນະຄະດີ, ລະຄອນສັ້ນ ທີ່ມີເນື້ອໃນກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ , ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ວຽກງານກໍາມະບານ.

ຂໍ້ມູນ: Lao National Radio

Related Articles

Leave a Reply