ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເປີດໃຫ້ບໍລິການແລ່ນທົດລອງ ລົດເມດ່ວນ BRT ໂດຍບໍ່ເກັບເງິນເປັນເວລາ 2 ເດືອນ ໂດຍເລີ່ມບໍລິການຢ່າງເປັນທາງການແລ້ວ ໃນວັນທີ 10 ມີນາ ຫາ 9 ພຶດສະພາ 2026, ເປີດໃຫ້ບໍລິການທຸກໆວັນເລີ່ມແຕ່ເວລາ 06:00 ໂມງ ຫາ 22:00 ໂມງ ຊຶ່ງສາຍທາງ ແລະ ຈຸດສະຖານີ ແມ່ນເລີ່ມຈາກສະຖານີດົງໂດກ (ໜ້າມະຫາວິທະຍາໄລແຫ່ງຊາດຫາ ສະຖານີຕະຫຼາດເຊົ້າ ແລ່ນເຂົ້າ-ອອກຕົວເມືອງ ຜ່ານທັງໝົດ 19 ສະຖານີຄື: ດົງໂດກ ມຊ- ເຮືອນພັກຊີເກມ-ຊ້າງຄູ້-ສະພັງເມິກ-ທາງ 450 ປີ-ທະນາຄານສົ່ງເສີມກະສິກຳ-ທະນາຄານພົງສະ ຫວັນ-ພະຂາວ-ວິວມໍ-ໂຮງຮຽນ SOS-ຫໍພິພິທະພັນໄກສອນ ພົມວິຫານ-ສູນ ICTC-ໂພນພະເນົາ-ໂພນເຄັງ-ຫໍພິພິທະພັນປ້ອງກັນຄວາມສະຫງົບ-ໂພນສະອາດ-ປະຕູໄຊ-ທາດຝຸ່ນ-ຕະຫຼາດເຊົ້າ ແລ່ນເຂົ້າມາ ແລະ ກໍແລ່ນວຽນກັບຄືນ.
ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຜຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການເປີດບໍລິການແລ່ນທົດລອງລົດເມດ່ວນ BRT ແນໃສ່ແກ້ໄຂບັນຫາການສັນ ຈອນແອອັດ, ອຸບັດເຫດຕາມທ້ອງຖະໜົນ ທັງເປັນການສົ່ງເສີມສະພາບແວດລ້ອມຕົວເມືອງຢູ່ ນະຄອນຫຼວງວຽງຈັນ ໂດຍຈະໃຫ້ບໍລິການທຸກໆວັນ ເລີ່ມແຕ່ເວລາ 06:00 ໂມງ ຫາ 22:00 ໂມງ. ໃນນັ້ນ, ຊົ່ວໂມງຮີບດ່ວນ ໃນຕອນເຊົ້າເວລາ 06:00-09:00 ໂມງ ແລະ ຕອນແລງແມ່ນ ເວລາ 16:00-18:00 ໂມງ, ຄວາມຖີ່ຂອງຖ້ຽວລົດຈະຢຸດຮັບ-ສົ່ງຜູ້ໂດຍສານຢູ່ແຕ່ລະສະຖານີ ແມ່ນ 6-7 ນາທີ ແລະ ໃນຊົ່ວໂມງປົກກະຕິ ຄວາມຖີ່ຂອງຖ້ຽວລົດ ຈະຢຸດຮັບ-ສົ່ງຜູ້ໂດຍສານ ຢູ່ແຕ່ລະສະຖານີແມ່ນ 10-15 ນາທີ.
ສໍາລັບ ຂໍ້ຫ້າມ ແລະ ຂໍ້ຍົກເວັ້ນ ການນໍາໃຊ້ເລນສະເພາະລົດເມ BRT ໃນໄລຍະເວລາລົດເມດ່ວນ BRT ໃຫ້ບໍລິການ ແມ່ນຫ້າມຜູ້ຂັບຂີ່ຍານພາຫະນະປະເພດອື່ນໆ ຂັບຂີ່ເຂົ້າໃນເລນສະເພາະຂອງລົດເມດ່ວນ BRT, ຜູ້ທີ່ລະເມີດຈະຖືກຕັກເຕືອນ ແລະ ປັບໃໝຕາມລະບຽບການ, ຍົກເວັ້ນແຕ່ລົດສຸກເສີນໂຮງໝໍ, ລົດກູ້ໄພ, ລົດດັບເພີງ ແລະ ລົດຂະບວນທາງລັດຖະການ ທີ່ມີລົດຕໍາຫຼວດຈະລາຈອນນໍາທາງ ແລະ ລົດຂະບວນທາງການອື່ນໆ ທີ່ໄດ້ຖືກຮັບຮອງຢ່າງເປັນທາງການຂອງ ອົງການປົກ ຄອງນະຄອນຫຼວງວຽງຈັນ ຮັບຮອງເປັນແຕ່ລະກໍລະນີສະເພາະໃນໄລຍະເວລາທີ່ແນ່ນອນ, ອະນຸຍາດ ໃຫ້ຜູ້ຂັບຂີ່ພາຫະນະປະເພດອື່ນໆ ທີ່ຈຳເປັນນຳໃຊ້ເລນລົດເມດ່ວນ BRT ໃນໄລຍະເວລາ 22:01-5:59 ໂມງ ແຕ່ຕ້ອງໃຫ້ຮັບປະກັນຄວາມປອດໄພ, ຖ້າເກີດອຸບັດເຫດໃນຂອບເຂດສະຫງວນຂອງສະ ຖານີ BRT ເຮັດໃຫ້ຊັບສິນຂອງລັດເສຍຫາຍ ຜູ້ກ່ຽວຈະຖືກປັບໃໝ 10% ຂອງມູນຄ່າທີ່ເສຍຫາຍ ແລະ ຮັບຜິດຊອບໃຊ້ແທນຕາມມູນຄ່າເປ່ເພເສຍຫາຍຕົວຈິງ.
ທີ່ມາແຫຼ່ງຂໍ້ມູນຂ່າວ: ກິດຕາ

