“ຂຸນກອງແລງ” ເປັນແຫຼ່ງທ່ອງທ່ຽວ ແລະ ເຂດທ່ອງທ່ຽວນິເວດວິທະຍາແຫ່ງທໍາອິດຂອງແຂວງຄໍາມ່ວນ ໄດ້ມີພິທີເປີດຢ່າງເປັນທາງການໃນມື້ວານນີ້ ເຂົ້າຮ່ວມ ແລະ ຕັດແຖບຜ້າ ເພື່ອເປີດສະຖານທີ່ທ່ອງທ່ຽວດັ່ງກ່າວ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ເປີດແຫຼງທ່ອງທ່ຽວ “ຂຸນກອງແລງ” ນີ້ເປັນໄລຍະ 1 ຂອງການພັດທະນາ ໂດຍຈະສ້າງໃຫ້ກາຍເປັນຈຸດໜາຍປາຍທາງ ໃໝ່ທີ່ຍືນຍົງ, ທັງເປັນການຊຸກຍູ້ເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວສີຂຽວຂອງແຂວງຄໍາມ່ວນໃຫ້ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ.
ໃນໂອກາດນີ້, ທ່ານ ພັນທະຈິດ ອິນທິລາດ ປະທານກຸ່ມບໍລິສັດ INTRA Gorp ໄດ້ລາຍງານກ່ຽວກັບ ຄວາມເປັນມາ, ການພັດທະນາໂຄງການທ່ອງທ່ຽວວ່າ: ໂຄງການນີ້ເປັນແຫຼ່ງທ່ອງທ່ຽວ ແນວອະນຸລັກທຳມະຊາດ ແບບຍືນຍົງ ແລະ ສີຂຽວ ໂດຍເນັ້ນການມີສ່ວນຮ່ວມຂອງຊຸມຊົນເປັນຫຼັກ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ, ມີເນື້ອທີ່ພັດທະນາປະມານ 80 ເຮັກຕາ, ເຂດອະນຸລັກຟອດຊິວ 350 ເຮັກຕາ ແລະ ເຂດອະນຸລັກປົກປັກຮັກສາ ແລະ ຟື້ນຟູປ່າຕົ້ນນໍ້າ 25,000 ກວ່າເຮັກຕາ. ສຳລັບໄລຍະທີ 1 ນີ້ ໄດ້ພັດທະນາເຮືອນພັກ 108 ຫຼັງ, ຮ້ານອາຫານ ແລະ ຄລັບເຮົາສ 4 ແຫ່ງ ພ້ອມກິດຈະກຳທ່ອງທ່ຽວຫຼາຍກວ່າ 30 ກິດຈະກໍາ ສາມາດຮອງຮັບນັກທ່ອງທ່ຽວໄດ້ປະມານ 3,000 ຄົນ/ມື້ ແລະ ແຂກພັກຄ້າງຄືນໄດ້ 300 ຄົນ/ມື້ ໂດຍມີເປົ້າໝາຍຮອງຮັບນັກທ່ອງທ່ຽວໃຫ້ໄດ້ເຖິງ 1 ລ້ານຄົນຕໍ່ປີ. ພິເສດ, ເຂດນີ້ຍັງໄດ້ຄົ້ນພົບຖໍ້າຫຼາຍກວ່າ 20 ແຫ່ງທີ່ສວຍງາມ ແລະ ອຸດົມສົມບູນ, ການຄົ້ນພົບຟອດຊິວທີ່ຊາກພືດ ແລະ ສັດມີອາຍຸກວ່າ 500 ລ້ານປີໃນພູເຂົາ.
ໂຄງການນີ້, ຍັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊາຊົນຫຼາຍກວ່າ 300 ຕໍາແໜ່ງ, ຊ່ວຍຍົກລະດັບລາຍໄດ້ ແລະ ຊຸກຍູ້ເສດຖະກິດທ້ອງຖິ່ນໃຫ້ເຕີບໂຕ. ໃນອະນາຄົດ, ທາງໂຄງການຍັງມີແຜນພັດທະນາເພີ່ມເຕີມ ເຊັ່ນ: ໂຮງແຮມ, ສະໜາມກ໋ອຟ 18 ຫຼຸມ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເພື່ອຍົກລະດັບໃຫ້ເປັນສູນກາງທ່ອງທ່ຽວໃນພາກກາງຂອງປະເທດ.
ແຫຼ່ງຂໍ້ມູນຂ່າວ+ພາບ: ມະນີວັນ+ກອງຄໍາ

