Visit BigblueAgency
ຂົວນໍ້າພະນາຍ ເມືອງທຸລະຄົມ ຫັກ, ພາກສ່ວນກ່ຽວຂ້ອງກໍາລັງກໍ່ສ້າງເສັ້ນທາງເວັ້ນ

ຂົວນໍ້າພະນາຍ ເມືອງທຸລະຄົມ ຫັກ, ພາກສ່ວນກ່ຽວຂ້ອງກໍາລັງກໍ່ສ້າງເສັ້ນທາງເວັ້ນ

ອໍານາດການປົກຄອງ ເມືອງທຸລະຄົມ ແຂວງວຽງຈັນ ກໍາລັງກໍ່ສ້າງເສັ້ນທາງເວັ້ນ ເພື່ອໃຫ້ພາຫະນະສັນຈອນໄປໄດ້ເປັນປົກກະຕິ ຫຼັງຈາກທີ່ຂົວນໍ້າພະນາຍ ຢູ່ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຫັກໃນເວລາປະມານ 8 ໂມງ ຂອງວັນທີ 2 ມິຖຸນາ 2020 ເຊິ່ງເກີດຈາກລົດບັນທຸກຂົນສົ່ງສິນຄ້າທີ່ມີນໍ້າໜັກເກີນກວ່າທີ່ຂົວດັ່ງກ່າວຈະຮັບນໍ້າໜັກໄດ້.

ຂົວດັ່ງກ່າວເປັນຂົວເຫຼັກ ທີ່ເຊື່ອມຕໍ່ມາແຕ່ເສັ້ນທາງ 13 ເໜືອ ເຂົ້າມານະຄອນຫຼວງວຽງຈັນ.

ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ແຂວງວຽງຈັນ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້ານີ້ວ່າ: ຜູ້ຂັບລົດຄັນດັ່ງກ່າວ ໄດ້ຮັບບາດເຈັບສົມຄວນ ແລະ ໄດ້ຖກນໍາສົ່ງໄປປິ່ນປົວຢູ່ໂຮງໜໍ ເປັນທີ່ຮຽບຮ້ອຍແລ້ວ. ປັດຈຸບັນນີ້ ທາງເຈົ້າໜ້າທີ່ກ່ຽວຂ້ອງກໍາລັງສືບສວນຫາສາເຫດທີ່ເກີດຶ້.  

ຂ່າວ: ວຽງຈັນທາຍ

ພາບ: To Vongsamphanh

Related Articles

Leave a Reply